ຫວຽດນາມມີຄວາມກ້າວໜ້າຫຼາຍຢ່າງໃນການປະຕິບັດບັນດາຈຸດໝາຍສະຫັດສະວັດ

ຫວຽດນາມມີຄວາມກ້າວໜ້າຫຼາຍຢ່າງໃນການປະຕິບັດບັນດາຈຸດໝາຍສະຫັດສະວັດ - ảnh 1
​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon
(ພາບປະກອບ)


​(vovworld) – ຫວຽດນາມ​ໄດ້ມີຄວາມກ້າວ​ໜ້າ​ຫຼາຍ​ຢ່າງໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ, ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon, ​​ເມື່ອ​​ຕອບ​ສຳພາດ​ຕໍ່​ນັກ​ຂ່າວສຳນັກ​ຂ່າວສານ​ຫວຽດນາມ ກ່ອນ​ເດີນທາງ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນທາງ​ການ, ​ໃນ​ລະຫວ່າງ​ວັນ​ທີ 22 – 25/05, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. ທ່ານ Ban Ki moon ​​ຊົມ​ເຊີຍ​ຫວຽດນາມ ​ໄດ້​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ (MDG) ສ່ວນ​ຫຼາຍ​, ຕົວຢ່າງ​ຄື: ຫຼຸດຜ່ອນ​ອັດຕາ​ທຸກ​ຍາກ, ອຶດ​ຫິວ​ໄດ້​ເຄິ່ງໜຶ່ງ; ປັບປຸງ​ການ​ສຳ​ພັດ​ຂອງ​ປະຊາຊົນ​ກັບ​ນ້ຳ ​ແລະ ອະນາ​ໄມ; ປະຕິບັດ​ສຳ​ເລັດການ​ສຶກສາ​ຊັ້ນ​ປະຖົມພາກ​ບັງຄັບ ​ແລະ ຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ - ຊາຍ. ທ່ານ ​Ban Ki moon ຖື​ວ່າ, ພາຍຫຼັງ​ປີ 2015, ຫວຽດນາມ ຮັບປະກັນ​ບັນລຸ​ໄດ້​ບັນດາ​ຄວາມ​ກ້າວ​ໜ້າ​ຄ້າຍຄື​ກັນ​ໃນ​ເຂດ​ຊຸມ​ຊົນ, ນັບ​ທັງ​ປະຊາ​ຄົມ​ບັນດາ​ຊາວ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ປະຊາຊົນ​ໃກ້​ຈະຕົກ​ຢູ່​ໃນ​ສະພາບ​ທຸກ​ຍາກ… ທ່ານ Ban Ki moon ​ເຊື່ອ​ໝັ້ນ​ວ່າ, ພາຍ​ຫຼັງປີ 2015 ຈະ​ເປີດ​ກາລະ​ໂອກາດ​ໃໝ່​ຫຼາຍຢ່າງ​​ໃຫ້​ແກ່​ຫວຽດນາມ, ຊ່ວຍ​ປະ​ເທດ​ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ຍັງ​ຄົງ​ຂ້າງ​ເພື່ອ​​ພັດທະນາ​ຢ່າງ​ໝັ້ນຄົງ​. ທ່ານ Ban Ki moon ກໍ່​ສະ​ແດງ​ຄວາມ​ເຄົາລົບ​ຕໍ່​ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ໃຫ້​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ