ຫວຽດນາມມີຄວາມຮັບຜິດຊອບຕໍ່ບັນດາບັນຫາປ້ອງກັນຄວາມສະຫງົບໃນພາກພື້ນແລະໂລກ

ຫວຽດນາມມີຄວາມຮັບຜິດຊອບຕໍ່ບັນດາບັນຫາປ້ອງກັນຄວາມສະຫງົບໃນພາກພື້ນແລະໂລກ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: qdnd.vn)

(vovworld) – ​ “ຄວາມ​ສະ​ຫງົບ​ປອດ​ໄພ​ໃຫ້​ແກ່ ອາ​ຊຽນ ​ ຖື​ມະນຸດ​ເປັນ​ໃຈກາງ”. ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ກຸ່ມ​ນັກ​ຊ່ຽວຊານ​​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ ອາຊີ-​ຟາ​ຊີ​ຟິກ ປີ 2015 ​ໂດຍ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ກອງ​ບັນຊາການ​ຮົບພິ​ເສດ ປາຊີ​ຟິກ-ອາ​ເມ​ລິ​ກາ ສົມທົບ​ກັນ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 25/5 ຢູ່ນະຄອນ ດ່າ​ນັ້ງ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ມີ​ຜູ້​ແທນ 90  ຄົນ​ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ ອາ​ຊຽນ, ຄະນະ​ເລຂາ ອາ​ຊຽນ, ບັນດາ​ປະ​ເທດ​ຄື:  ອົດ​ສະ​ຕາ​ລີ,​ ນິວຊີ​ແລນ, ຍີ່ປຸ່ນ ​ແລະ ​ໂມງ​ກົນ. ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ແບ່ງປັນ​ທັດສະນະ​ຂອງ ຫວຽດນາມ ​ແລະ ສະ​ແດງ​ໃຫ້​ເຫັນ​ບົດບາດ,​ ຄວາມ​ຮັບຜິດຊອບ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ຕໍ່​ບັນດາ​ບັນຫາ​ປ້ອງກັນ​ຄວາມ​ສະຫງົບຢູ່​ພາກ​ພື້ນ ​ແລະ ​ໂລກ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ ພົນ​ຈັດຕະວາ ​ໂດ້​ແທງ​ບີ່​ງ, ຜູ້​​ບັນຊາ​ເຫຼົ່າ​ຮົບ​ພິ​ເສດ, ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ:​

            “ບັນ​ຫາ​ກໍ່​ການ​ຮ້າຍ,​ຄວາມ​ສະຫງົບ​ປອດ​ໄພ​ບົນ​ທະ​ເລ,​​ໄພພິບັດ​ທຳ​ມະ​ຊາດ ພວມ​ມີ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ຕໍ່ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ລວມຂອງ​ແຕ່ລະ​ປະ​ເທດ, ພາກ​ພື້ນ ​ແລະ ທົ່ວ​ໂລກ. ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍດັ່ງກ່າວ​ຮຽກຮ້ອງ​ຄວາມ​ມານະ​ພະຍາຍາມ​ການ​ຮ່ວມ​ມື ​ແລະ ຄວາມ​ຮັບຜິດຊອບ​ຂອງ​ທຸກ​ປະ​ເທດ, ​ໃນ​ນັ້ນ​ມີ​ກອງທັບ​ທີ່​ສວມ​ບົດບາດ​ສຳຄັນ. ກອງ​ປະຊຸມ​ກໍ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ພວກ​ເຮົາ​ສືບ​ຕໍ່​ແບ່ງປັນ​ບັນດາ​ບົດຮຽນ​​ໃນ​ພຶດຕິ​ກຳ​ຕົວ​ຈິງ, ຊອກ​ຫາ​ບັນດາ​ມາດ​ຕະການ ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ນາໆ​ປະການ​ ​ເພື່ອ​ສັນຕິພາບ, ພັດທະນາ,​ ວັດ​ຖະນາ​ຖາວອນ​ລວມຂອງ​ພາກ​ພື້ນ ​ແລະ ​ໂລກ.”

ຂ່າວ/ບົດ​ອື່ນ