ຫວຽດນາມມຸ່ງໄປເຖິງເປົ້າໝາຍຄວາມປອດໄພ,ບໍ່ຖືກຜົນກະທົບຈາກລູກລະເບີດຕົກຄ້າງຫລັງສົງຄາມ

(VOVWORLD) -ງານຊຸມນຸມມິດຕິງຕອບສະຫນອງວັນທົ່ວໂລກປ້ອງກັນຕ້ານລູກລະເບີດ,ໝາກມິນ ດ້ວຍຫົວຂໍ້: ເຂດດິນທີ່ປອດໄພ, ເຮັດໃຫ້ບັນດາເຂດດິນຍັງຖືກມົນລະພິດກາຍເປັນເດີ່ນຫລິ້ນ” ໂດຍສູນເຄື່ອນໄຫວກ່ຽວກັບບັນຫາລູກລະເບີດແຫ່ງຊາດຫວຽດນາມ ສົມທົບກັບ ແຂວງ ກວ໋າງຈີ້ ຈັດຕັ້ງໃນຕອນເຊົ້າວັນທີ 4 ເມສາ ຢູ່ ນະຄອນ ດົງຮ່າ ແຂວງ ກວ໋າງຈີ້. 

 ຫວຽດນາມມຸ່ງໄປເຖິງເປົ້າໝາຍຄວາມປອດໄພ,ບໍ່ຖືກຜົນກະທົບຈາກລູກລະເບີດຕົກຄ້າງຫລັງສົງຄາມ - ảnh 1 ການເກັບກູ້ລູກລະເບີດບໍ່ທັນແຕກ

ກ່າວຄຳເຫັນທີ່ພິທີ, ພົນຈັດຕະວາ ຟຸ່ງງອກເຊີນ, ຜູ້ບັນຊາການເຫລົ່າຮົບຊ່າງແສງ, ຜູ້ອຳນວຍການໃຫຍ່ສູນເຄື່ອນໄຫວກ່ຽວກັບລູກລະເບີດແຫ່ງຊາດ ຫວຽດນາມ ເນັ້ນຫນັກວ່າ:

ເພື່ອຍູ້ແຮງວຽກງານແກ້ໄຂລູກລະເບີດຕົກຄ້າງຫລັງສົງຄາມ, ສະເຫນີໃຫ້ບັນດາຄະນະ, ກະຊວງ, ຂະແຫນງການ ແລະ ບັນດາທ້ອງຖິ່ນ ຍູ້ແຮງວຽກງານໂຄສະນາສຶກສາຄວາມສ່ຽງຈາກລູກລະເບີດ. ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືສາກົນ, ຂົນຂວາຍການອຸປະຖຳເພື່ອດຶງດູດແຫລ່ງກຳລັງ, ອຸປະກອນ ແລະ ເຕັກໂນໂລຊີຈາກລັດຖະບານບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ. ສືບຕໍ່ເອົາໃຈໃສ່ເຖິງວຽກງານດູແລສຸຂະພາບ, ຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດເພື່ອໃຫ້ເຂົາເຈົ້າມີຊີວິດເປັນປົກກະຕິ, ເຊື່ອມຕົວເຂົ້າກັບວົງຄະນາຍາດ

 ປະຈຸບັນ ຢູ່ຫວຽດນາມ ລູກລະເບີດ ລູກປືນ ຕົກຄ້າງຫລັງສົງຄາມຄາດວ່າປະມານ 800.000 ໂຕນ ແລະ ເນື້ອທີ່ດິນຖືກມົນລະພິດ ແລະ ສົງໃສວ່າຖືກມົນລະພິດໃນທົ່ວປະເທດປະມານ 6,13 ລ້ານເຮັກຕາ.

ຕອບກັບ

ຂ່າວ/ບົດ​ອື່ນ