ຫວຽດນາມມີອັດຕາແມ່ຍິງເປັນຜູ້ນຳວິສາຫະກິດລື່ນກາຍລະດັບລວມຢູ່ອາຊີ

(VOVWORLD) - ຕາມບົດລາຍງານໂດຍກຸ່ມໃຫ້ຄຳປຶກສາ Boston (BCG) ປະກາດເມື່ອວັນທີ 17 ທັນວາໃຫ້ເຫັນວ່າ 25% ຈຳນວນຜູ້ອຳນວຍການຝ່າຍບໍລິຫານ (CEO) ແລະ ສະມາຊິກຄະນະອຳນວຍການຢູ່ ຫວຽດນາມ ແມ່ນແມ່ຍິງ.
ຫວຽດນາມມີອັດຕາແມ່ຍິງເປັນຜູ້ນຳວິສາຫະກິດລື່ນກາຍລະດັບລວມຢູ່ອາຊີ - ảnh 1 ຫວຽດນາມມີອັດຕາແມ່ຍິງເປັນຜູ້ນຳວິສາຫະກິດລື່ນກາຍລະດັບລວມຢູ່ອາຊີ (ພາບ: baotintuc.vn)

 ດ້ວຍຈຳນວນຕົວເລກດັ່ງກ່າວ, ຫວຽດນາມ ມີອັດຕາສ່ວນແມ່ຍິງເປັນການນຳລື່ນກາຍ ມາເລເຊຍ 14%, ລື່ນກາຍ ສິງກະໂປ 10%, ແລະ ອິນໂດເນເຊຍ 6%.

        ສ່ວນທ່ານ Grundy, ນັກຊ່ຽວຊານທີ່ຂຶ້ນກັບບໍລິສັດຮັບສະໝັກ Adecco Group AG ມີສຳນັກງານຢູ່ ສະວິດ, ໃຫ້ຂໍ້ສັງເກດວ່າ, ຢູ່ ຫວຽດນາມ ນັບມື້ນັບມີແມ່ຍິງຫຼາຍຄົນເປັນການນຳ ຫຼືເປັນເຈົ້າຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ (SME), ຊຳ້ບໍ່ໜຳນັບທັງບັນດາວິສາຫະກິດຂະໜາດໃຫຍ່ອີກ, ສ້າງແບບຢ່າງກ່ຽວກັບບົດບາດທີ່ຕັ້ງໜ້າ, ຢ່າງຈະແຈ້ງ ແລະ ມີຫຼາຍຮູບຫຼາຍແບບໃຫ້ແກ່ແມ່ຍິງ. ຕາມທ່ານແລ້ວ, ຢູ່ ອາຊີ, ບົດບາດຕົວແທນຂອງແມ່ຍິງໃນສະພາບໍລິຫານຢູ່ບັນດາປະເທດພວມພັດທະນາແມ່ນລື່ນກາຍບັນດາປະເທດພັດທະນາ. ທ່ານຖືວ່າຄວາມກ້າວໜ້າຂອງ ຫວຽດນາມ, ສ່ວນໜຶ່ງແມ່ນຍ້ອນມີບັນດາມາດຕະການຂອງລັດຖະບານ ແລະ ບັນດາວິສາຫະກິດໃນການຮັກສາ ແລະ ພັດທະນາຄວາມສາມາດຂອງເພດຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ