ຫວຽດນາມມານະພະຍາຍາມໃນການຮັບປະກັນປະຕິບັດບັນດາສິດທິມະນຸດ

ຫວຽດນາມມານະພະຍາຍາມໃນການຮັບປະກັນປະຕິບັດບັນດາສິດທິມະນຸດ - ảnh 1
(ພາບ​ປະ​ກອບ: baophapluat.vn)

(vovworld) - ​​​ວັນ​ທີ 05/01, ຢູ່​ຮ​່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ໄດ້​ສົມ​ທົບ​ກັບ​ຄະ​ນະ​ຊີ້​ນຳ​ສິດ​ທິ​ມະ​ນຸດ​ລັດ​ຖະ​ບານ ຈັດ​ກອງ​ປ​ະ​ຊ​ຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “50 ປີ​ແຫ່ງ 2 ສົນ​ທິ​ສັນ​ຍາກ່​ຽວ​ກັບ​ສິດ​ພົນ​ລະ​ເຮືອນ, ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ, ວັດ​ທະ​ນະ​ທຳ ແລະ ການ​ປະ​ຕິ​ບັດ​ຢູ່​ຫວຽດ​ນາມ (1966 - 2016)”. ກ່ອນນີ້ 50 ປີ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຮັບ​ຮອງ​ເອົາ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ບັນ​ດາ​ສິດ​ພົນ​ລະ​​ເຮືອນ ແລະ ການ​ເມືອງ (ICCPR) ແລະ ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ບັນ​ດາ​ສິດ​ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ (ICESR). ຫວຽດ​ນາມ ໄດ້ເຂົ້າ​ຮ່ວມ​ທັງ 2 ສົນ​ທິ​ສັນ​ຍາ ICCPR ແລະ ICESR ​ເມື່ອ​ວັນ​ທີ 24/09/1982. ຫວຽດ​ນາມ​ ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼາຍ​ຢ່າງໃນ​ການ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ບັນ​ດາ​ສິດ​ໃນ​ສົນ​ທິ​ສັນ​ຍາ 2 ສະ​ບັບ​ດັ່ງ​ກ່າວ, ນັບ​ທັງ​​ທາງ​ດ້ານ​ທິດ​ສະ​ດີ ແລະ ປະ​ຕິ​ບັດ​ຕົວ​ຈິງ; ມີ​​​ສະ​ຕິ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ບົດ​ບາດ, ພັນ​ທະ​ແຫ່ງ​ຊາດ​ຢ່າງ​ເລິກ​ເຊິ່ງ ສຳ​ລັບ​ປະ​ຊາ​ຄົມ​ສາ​ກົນ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາ​ເຄົາ​ລົບ ແລະ ປົ​ກ​ປ້ອງ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ຖືນັ້ນ​ແມ່ນ​ຄາດ​ໝາຍ, ທັງ​ແມ່ນ​ກຳ​ລັງ​ໜູນ​ຊຸກ​ຍູ້​ສັງ​ຄົມ​ໃຫ້​ພັດ​ທະ​ນາ. ໃນ​ໄລ​ຍະ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ຂອງ​ຕົນ​ໃນ​ສົນ​ທິ​ສັນ​ຍາ, ຫວຽດ​ນາມ ບັນ​ລຸ​ໄດ້​ຜົນ​ງານ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ຫຼາຍ​ຢ່າງ ເຊິ່ງ​ປະ​ຊາ​ຄົມ​ສາ​ກົນ​ຮັບ​ຮູ້.

ຂ່າວ/ບົດ​ອື່ນ