ຫວຽດນາມຢືນຢັນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແມ່ນຄາດໝາຍສູງສຸດໃນການພັດທະນາທົ່ວໂລກ

ຫວຽດນາມຢືນຢັນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແມ່ນຄາດໝາຍສູງສຸດໃນການພັດທະນາທົ່ວໂລກ - ảnh 1
ທ່ານ​ນາງ​ເອກ​ອັກຄະ​ລັດຖະທູ​ດຫວຽດນາມ ຫງວຽນ​ເຟືອງ​ງາ
(ພາບ: TTXVN)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 04 – 13/02, ຢູ່​ສຳນັກງານ​ຂອງ​ສະຫະ​ປະຊາ​ຊາດ, ທີ່​ນິວຢອກ, ຄະນະ​ກຳມະການ​ພັດທະນາ​ສັງຄົມ ສັງ​​ກັດ​ສະພາ​ເສດຖະກິດ ​ແລະ ສັງຄົມ​ສະຫະ​ປະຊາ​ຊາດ (ECOSOC) ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 53 ດ້ວຍ​ຫົວ​ຂໍ້​ວ່າ “ປ່ຽນ​ໃໝ່​ຈີນຕະນາ​ການ ​ແລະ ​ເພີ່ມ​ທະວີ​ການ​ພັດທະນາ​ສັງຄົມ​ໃນ​​​ໂລກ​ຍຸກ​ປະຈຸ​ບັນ”. ທ່ານນາງ​​ເອກ​ອັກຄະ​ລັດຖະທູດ ຫງວຽນ​​ເຟືອງ​ງາ, ຫົວໜ້າ​ຜູ້ຕາງໜ້າ​​ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

        ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູ​ດຫວຽດນາມ ຫງວຽນ​ເຟືອງ​ງາ ​ໄດ້​ມີ​ບົດ​ກ່າວ​ໄປ​ໄສ​ສຳຄັນ​ທີ່​ວາລະ​ປຶກສາ​ຫາລື​ລວມກ່ຽວ​ກັບ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ. ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ໄດ້​ເນັ້ນ​ໜັກວ່າ ​ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ ສືບ​ຕໍ່​ແມ່ນ​ຄາດໝາຍສູງສຸດຂອງ​ບັນດາ​ຄວາມ​ມານະ​ພະຍາຍາມ​ທົ່ວ​ໂລກ​ໃນ​ການ​ພັດທະນາ ​ແລະ ປະຊາ​ຄົມ​ສາກົນ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ຄາດໝາຍ​ດັ່ງກ່າວ, ​ໃນ​ນັ້ນ​ມີ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນສັນຍາໜູນ​ຊ່ວຍ​ການ​ພັດທະນາ, ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ ​ແລະ ມອບ​ໂອນ​ເຕັກ​ໂນ​ໂລ​ຊີ, ສ້າງ​ເງື່ອນ​ໄຂ​ສະດວກ​​ເພື່ອໃຫ້​ບັນດາ​ປະ​ເທດ​ພວມ​ພັດທະນາ​ກໍ່ສ້າງ ​ແລະ ປະຕິບັດ​ນະ​ໂຍບາຍ​ພັດທະນາ​ສັງຄົມ.

ຂ່າວ/ບົດ​ອື່ນ