ຫວຽດນາມຢືນຢັນການເຈລະຈາແລະການຮ່ວມມືຈະນຳມາເຊິ່ງຜົນສຳເລັດຂອງສະພາສິດທິມະນຸດສະຫະປະຊາຊາດ

ຫວຽດນາມຢືນຢັນການເຈລະຈາແລະການຮ່ວມມືຈະນຳມາເຊິ່ງຜົນສຳເລັດຂອງສະພາສິດທິມະນຸດສະຫະປະຊາຊາດ - ảnh 1
ທ່ານ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ
​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ ຮ່າ​ກິມຫງອກ
(ພາບ​ປະ​ກອບ: .vietnamplus)


(vovworld) –​ ​ ​​​ວັນ​ທີ 01/03, ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຂັ້ນ​ສຸງ​ຊຸດ​ທີ 31 ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ, ທີ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ທ່ານ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ ຮ່າ​ກິມຫງອກ ຢືນ​ຢັນ​ວ່າ, ຫວຽດ​ນາມ ເຊື່ອ​ໝັ້ນຕໍ່​ບົດ​ບາດ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ແລະ ຖື​ວ່າ, ປັດ​ໃຈ​ເພື່ອ​ພາ​ໄປ​ເຖິງ​ຜົນ​ສຳ​ເລັດ​ຂອງ​ສະ​ພ​າ​ສິດ​ທິ​ມະ​ນຸດ​ແມ່ນ​ຈິດ​ໃຈ​ຮ່ວມ​ມ​ື ແລະ ​ການ​ເຈ​ລະ​ຈາລະ​ຫວ່າງ​ບັນ​ດາປະ​ເທດ​ໃນ​ປະ​ຊາ​ຄົ​ມ​ໂລກ. ທ່ານ ຮ່າ​ກິມຫງອກ ໄດ້​ຕີ​ລາ​ຄາ​ສ​ູງ​ການ​ປະ​ກອບ​ສ່ວນ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ແລະ ເນັ້ນ​ໜັກ​ເຖິງ​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​​ແມ່ນ​ແບບ​ວິ​ທີ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ທີ່ກອງ​ປະ​ຊຸມ, ທ່ານ ຮ່າ​ກິມຫງອກ ຢືນ​ຢັນ​ວ່າ, ເຖິງວ່າ​ຍັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ກໍ​່ຕາມ, ແຕ່​ຫວຽດ​ນາມ ຈະ​ເຮັດ​ຈ​ົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົ​ນ​ເພື່ອ​ໃຫ​້​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ປະ​ຕິ​ບັດ​ສິດ​​ທິມະ​ນຸດ​ເປັນ​ຢ່າງ​ດີ ແລະ ຜົນ​ງານ​ຂອງວິ​ວັດ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ. ຫວຽດ​ນາມ ກ​ໍ​ຈະ​ສືບ​ຕໍ່​ແມ່ນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ ແລະ ປະ​ກອ​ບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າໃນ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ສິ​ດ​ທິ​ມະ​ນຸດ​, ໃນ​ນັ້ນ​ທີ່​ສະ​ພາ​ສິດ​ທິ​ມະ​ນຸດ ແລະ ສະ​ພາ​ເສດ​ຖະ​ກິດ​ສັງ​ຄົມ (ECOSOC) ເຊິ່ງ​ຫວຽ​ດ​ນາມ ພວມ​ແມ່ນ​ສະ​ມາ​ຊິກ.

ຂ່າວ/ບົດ​ອື່ນ