ຫວຽດນາມຢືນຢັນຄຳໝັ້ນສັນຍາຮັບປະກັນແລະຊຸກຍູ້ສິດຂອງມະນຸດ

ຫວຽດນາມຢືນຢັນຄຳໝັ້ນສັນຍາຮັບປະກັນແລະຊຸກຍູ້ສິດຂອງມະນຸດ - ảnh 1
(ທ່ານ​ນາງ​ເອກ​ອັກ​ຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ເຟືອງ​ງາ)

(vovworld) – ວັນ​ທີ 30/10, ຢູ່​ນິວຢອກ, ຄະນະ​ກຳມະການ​ບັນດາ​ບັນຫາ​ວັດທະນະທຳ, ສັງຄົ​ມ ​ແລະ ມະນຸດ​ສະ​ທຳ, ສັງ​ກັດ​ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດຊຸ​ດທີ 70 ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້ “ຊຸກ​ຍູ້ ​ແລະ ຮັບປະກັນ​​ສິດ​ຂອງ​ມະນຸດ”. ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ເອກ​ອັກ​ຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ, ​ແນະນ​ຳບັນດາ​ນະ​ໂຍບາຍ ​ແລະ ຜົນງານທີ່​ພົ້ນ​ເດັ່ນ​ຂອງຫວຽດນາມ ​ໃນ​ຂົງ​ເຂດ​ຮັບປະກັນ​ສິດ​ຂອງມະນຸດ ​ແລະ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນການ​ຮ່ວມ​ມື ​ແລະ ​ເຈລະຈາ ​ແລະ ຢືນຢັນ​ວ່າ, ​ໃນ​ຖານະ​​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິ​ດຊອບ​ຂອງ​ສະພາ​ສິດ​ທິມະ​ນຸດຫວຽດນາມ, ຈະ​ສືບ​ຕໍ່​ສົນ​ທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນ​ກັບ​ບັນດາ​ປະ​ເທດ, ບັນດາຄູ່​ຮ່ວມ​ມື​ໃນ​ການ​ຊຸກຍູ້ ​ແລະ ຮັບປະກັນ​ສິດ​ຂອງ​ມະນຸດ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

      ທີ່​ກອງ​ປະຊຸມ, ບັນດາ​ປະ​ເທດ​ຖື​ວ່າ, ຄວາມ​ມານະ​ພະຍາຍາມ​ສາກົນ ​ໄດ້​ນຳ​ມາ​ເຊິ່ງໝາກພົນ​ສຳຄັນ​ຫຼາຍ​ຢ່າງ ​ໃນ​ກາ​ນຊຸກ​ຍູ້​ ​ແລະ ຮັບປະກັນ​ສິດ​ຂອງ​ມະນຸດ, ​ແຕ່​ຍັງມີ​ຄວາມ​ວິຕົກ​ກັງ​ວົງ​ຢ່າງ​ເລິກ​ເຊິ່ງຕໍ່ສະພາບ​ປະ​ທະ​ກັນ, ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ວິ​ກິດ​ການ​ອົບ​ພະຍົບ​ໃຫຍ່​ກວ່າ​ໝູ່ ນັບ​​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2. ບັນດາ​ປະ​ເທດ​ເນັ້ນ​ໜັກ​ວ່າ, ສະຫະ​ປະຊາ​ຊາດ ຕ້ອງ​ສືບ​ຕໍ່​ມານະ​ພະຍາຍາມ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ແກ້​ໄຂ​ສິ່ງ​ທ້າທາຍ, ຮັບປະກັນ​​ສິດຂອງ​ປະ​ຊາ​ຊົນ​ທຸກ​ຄົນ​ໃຫ້ນັບ​ມື້​ນັບ​ດີ​ກ່ວາ.

ຂ່າວ/ບົດ​ອື່ນ