ຫວຽດນາມຢືນຢັນຖືມະນຸດເປັນໃຈກາງເພື່ອພັດທະນາເສດຖະກິດ,ໜູນຊ່ວຍຊີວິດສັງຄົມ

ຫວຽດນາມຢືນຢັນຖືມະນຸດເປັນໃຈກາງເພື່ອພັດທະນາເສດຖະກິດ,ໜູນຊ່ວຍຊີວິດສັງຄົມ - ảnh 1
ທ່ານ​ນາງ ຫງວຽນທິ​ເຟືອງ​ງາ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ,
 ຫົວ​ໜ້າ​ຄະນະ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
(ພາບ: TTXVN)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 23 – 24/05 ຢູ່​ນະຄອນ Istanbul, ຕວກກີ ດຳ​ເນ​ີນກອງ​ປະຊຸມ​ສຸດ​ຍອດ​ໂລກ​ກ່ຽວ​ກັບ​ມະນຸດສະທຳ​ໂດ​ຍສະຫະ​ປະຊາ​ຊາດ (ສປຊ) ປົກ​ປ້ອງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່ວາ 9000 ທ່ານ​ທີ່​ມາ​ຈາກ 173 ປະ​ເທດ, ​ໃນ​ນັ້ນ​ມີ​ການ​ນຳລັດຖະບານ, ຜູ້​ຕ່າງ​ໜ້າ​ບັນດາ​ອົງການ​ການ​ເງິນ​ສາກົນ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ກຸ່ມ​ບໍລິສັດ​ເສດຖະກິດ​ແຖວ​ໜ້າ​ໃນ​ໂລກຈຳນວນ​ກ່ວາ 50 ທ່ານ​. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ ​ແລະ ວາລະ​ປະຊຸມ​ປຶກສາ​ຫາລື​ໂຕະມົນ​ຂັ້ນ​ສູງ “ປ່ຽນ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ: ຈາກ​ການ​ສະໜອງ​​ໜູນ​ຊ່ວຍ​ຕະຫລອດ​ຮອດການ​ຢຸດຕິ​ຄວາມ​ຮຽກຮ້ອງຕ້ອງການ​ໜູນ​ຊ່ວຍ”, ທ່ານ​ນາງ ຫງວຽນທິ​ເຟືອງ​ງາ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ, ຫົວ​ໜ້າ​ຄະນະ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຫົວ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ຢືນຢັນ​ວ່າ ນະ​ໂຍບາຍ​ຂອງ ຫວຽດນາມ ຍາມ​ໃດ​ກໍ່​ຖືເອົາ​ມະນຸ​ດ​ເປັນ​ໃຈກາງ ​ແລະ ​ແມ່ນ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ໜູນ​ຊ່ວຍ​ຊີວິດ​ສັງຄົມ ​ແລະ ມະນຸ​ດສະ​ທຳ. ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​​ໄດ້ເຄີຍ​ຜ່ານຜ່າ​ສົງຄາມ ​ແລະ ປະຈຸ​ບັນ​ຖື​ກຜົນ​ກະທົບ​ຫລາຍ​ຢ່າງ​ຈາກ​ໄພ​ທຳ​ມະ​ຊາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​. ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາປະຕິບັດ​ບັນດາ​ພາລະ​ໜ້າ​ທີ່​ຕາມ​ບັນດາ​ເອກະສານ​ນິຕິ​ກຳ​ສາກົນ ຊຶ່ງ ຫວຽດນາມ ​ເປັນ​ສະມາຊິກ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ​ໂລກ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາ​ດກ່າວ​ເຕື່ອນ​ໄວ ມີປະຕິກິລິຍາຢ່າງ​ທັນ​ການ ​ແລະ ຮັບ​ມື​ຕໍ່ໄພທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ