ຫວຽດນາມ-ລາວກໍ່ສ້າງ ຮູບແບບນະໂຍບາຍ ປະຕູດຽວ

ຫວຽດນາມ-ລາວກໍ່ສ້າງ ຮູບແບບນະໂຍບາຍ ປະຕູດຽວ - ảnh 1
ດ່ານຊາຍແດນລາວບ໋າວ
(ພາບປະກອບ)

(vovworld) – ວັນ​ທີ 26/6, ຢູ່​ນະຄອນຫຼວງ ວຽງ​ຈັນ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມບົດບັດ​ທຶກ​ຊ່ວຍ​ຈຳ​ລະຫວ່າງ​ກອງບັນຊາການ​ທະຫານ​ປ້ອງກັນຊາຍ​ແດນ ຫວຽດນາມ ກັບ​ກົມ​ໃຫຍ່ 502, ສັງກັດ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ກ່ຽວກັບການສົມທົບ​ກັນກວດກາ, ຕິດຕາມ​ກວດກາ “ປະຕູ​ດຽວ, ຈອດ​ເທື່ອ​ດຽວ”. ຮູບ​ແບບ “ປະຕູ​ດຽວ, ຈອດ​ເທື່ອ​ດຽວ”​ ​ໄດ້​ນຳ​ໃຊ້ຢູ່​​ດ່ານຊາຍ​ແດນ ລາວ​ບ໋າ​ວ - ​ແດນ​ສະຫວັນ, ​ເປັນ​ພື້ນຖານ​ດ້ານ​ນິຕິ​ກຳ​ໃຫ້​ບັນດາ​ຫົວໜ່ວຍພື້ນຖານ​ສ້າງ​ລະບຽບ​ການ​ຜັນ​ຂະຫຍາຍ​ປະຕິບັດ ​ແລະ ຫຼັງ​ຈາກ​ນັ້ນ​ຈະ​ທະວີ​ຄູນ​ຢູ່​ບັນດາ​ດ່ານ​ຊາຍ​ແດນ​ອື່ນໆ​ອີກ.

    ລະບົບ​ປະຕູ​ດຽວ, ຈອດ​ເທື່ອ​ດຽວ​ຢູ່​​ດ່ານ​ຊາຍ​ແດນ ລາວ​ບ໋າ​ວ - ​ແດນສະຫວັນ ​​ອະນຸຍາດ​ໃຫ້​ສິນຄ້າ ​ແລະ ​ຜູ້​ຜ່ານ​ຊາຍ​ແດນ ຈອດ​ພຽງ​ເທື່ອດຽວ​ຢູ່ຈຸດກວດກາ​ລວມຂອງ 2 ປະ​ເທດ. ​ແຜນ​ນະ​ໂຍບາຍ​ດັ່ງກ່າວ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ສິນຄ້າປະ​ເພດ​​ອາຫານ​​ຂອງ ຫວຽດນາມ ອາດ​ຈະ​ເປີດ​ກ້ວາງ​ຢູ່​ຕະຫຼາ​ດລາວ ​ກໍ່​ຄື​ປະຢັດ​ເວລາ ​ແລະ ຄ່າ​ໃຊ້​ຈ່າຍ​ໃຫ້​ບັນດາ​ວິ​ສາ​ຫະກິດ. ຄຽງ​ຂ້າງ​ນັ້ນ, ​ເລື່ອງ​ເຊັນ​ບົດ​ບັດ​ທຶກ​ຊ່ວຍ​ຈຳດັ່ງກ່າວ​ຈະ​ສ້າງ​ຄວາມ​ສະ​ດວກ​ສະບາຍ​ກ່ວາ​ອີກ​ໃນ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ລາວ ​ເວົ້າ​ສະ​ເພາະ​ກໍ່​ຄື​ບັນດາ​ປະເທດອະນຸພາກພື້ນ​​ແມ່​ນ້ຳຂອງ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ