ຫວຽດນາມ-ລາວ-ກຳປູເຈຍ ມຸ່ງໄປເຖິງການເຕີບໂຕຂຽວ

ຫວຽດນາມ-ລາວ-ກຳປູເຈຍ ມຸ່ງໄປເຖິງການເຕີບໂຕຂຽວ - ảnh 1
ພາບປະກອບ

(vovworld) - ວັນ​ທີ 29/10, ຢູ່​ແຂວງ​ຄຳ​ມ່ວນ, ປະ​ເທດ​ລາວ, ສະ​ຖາ​ບັນ​ວິທະຍາສາ​ດສັງ​ຄົມ​ລາວ ​ໄດ້​ສົມທົບ​ກັບ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສິ່ງ​ແວດ​ລ້ອມ ສ ​ເກົາຫຼີ (KEI), ສະ​ຖາບ​ັນ​ເຕີບ​ໂຕ​ຂຽວ​ທົ່ວ​ໂລກ (GGGI), ສະ​ຖາ​ບັນ​ວິທະຍາສາ​ດສັງ​ຄົມ ຫວຽດນາມ, ສະ​ຖາ​ບັນ​ວິທະຍາສາ​ດລາຊະ​ອານາຈັກ ກຳປູ​ເຈຍ ​​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ສາກົນ “​ເຕີບ​ໂຕ​ຂຽວ​ໃນ​ເຂດ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ”. ດ້ວຍ 6 ວາລະ​ປຶກສາ​ຫາລື, ບັນດາ​ນັກ​ວິທະຍາສາດ ຫວຽດນາມ,​ ລາວ, ກຳປູ​ເຈຍ, ສ ​ເກົາ​ຫຼີ ​ແລະ ສະ​ຖາ​ບັນ​ເຕີບ​ໂຕ​ຂຽວ​ທົ່ວ​​ໂລກ ​ໄດ້​​ແບ່ງ​ປັນ​ບົດຮຽນ, ຕີ​ລາຄາ, ​ໄຈ້​ແຍກ​ກ່ຽວ​ກັບ​ບັນດາ​ບັນຫາ​ຊຸກຍູ້​ການ​ເຕີບ​ໂຕ​​ເສດ​ຖະກິດຂຽວ, ຍຸດ​ທະ​ສາດ​ເຕີບ​ໂຕ​ຂຽວ​ແບບ​ຢືນ​ຍົງ​ໃນ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ສາຍ​ພົວ​ພັນ​ລະຫວ່າງ​ນ້ຳ ​ແລະ ພະລັງງານ, ຜົນ​ສະທ້ອນ​ຂອງ​ການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ເຖິງ​ກະ​ສິກຳ​ຂຽວ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້​ຮັກສາການ​ປະທານສະ​ຖາ​ບັນ​ວິທະຍາສາດ​ສັງຄົມ ລາ​ວ ທອງ​ສະ​ລິດ ມັງໜໍ່​ເມກ ຢືນຢັນ​ວ່າ: ທີ່ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້, ບັນດາປະ​ເທດ​ບໍ່​ພຽງ​ແຕ່​ຮຳ່ຮຽນ​ເຊິ່ງກັນ ​ແລະ ກັນ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ ລາວ ມີ​ບົດຮຽນ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ