ຫວຽດນາມ-ລາວ-ກຳປູເຈຍພະຍາຍາມປະຕິບັດຄາດໝາຍປະຊາຄົມອາຊຽນບໍ່ມີຢາເສບຕິດ

ຫວຽດນາມ-ລາວ-ກຳປູເຈຍພະຍາຍາມປະຕິບັດຄາດໝາຍປະຊາຄົມອາຊຽນບໍ່ມີຢາເສບຕິດ - ảnh 1
ພິທີລົງ​ນາມ​​ໃນບັນດາ​ບົດ​ບັນທຶກ​ຊ່ວຍ​ຈຳ​ກອງ​ປະຊຸມ
(ພາບ: TTXVN)

(vovworld) – ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ ຫວຽດນາມ - ລາວ - ກຳປູ​ເຈຍ ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ຄັ້ງ​ທີ 15 ດຳ​ເນີນ​ໄປ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ທີ່​ວາລະ​ອັດ​ກອງ​ປະຊຸມ​ໃນ​ວັນ​ທີ 10/12, ຄະນະ​ກຳມະການ​ແຫ່ງ​ຊາດ​ປ້ອງ​ກັນ, ຕ້ານ AIDS ​ແລະ ປ້ອງ​ກັນ, ຕ້ານ​ໄພ​ຢາ​ເສບ​ຕິດ, ​ໂສ​ເພນີ ຫວຽດນາມ, ຄະນະ​ກຳມະການ​ແຫ່ງ​ຊາດ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ລາຊະ​ອານາຈັກ ກຳປູ​ເຈຍ ​ແລະ ສປປ ລາວ ​ເຫັນ​ດີ​ເປັນ​ເອກະ​ພາບ​ອອກຖະ​ແຫຼ​ງການ​ຮ່ວມ ​ແລະ ລົງ​ນາມ​​ໃນບັນດາ​ບົດ​ບັນທຶກ​ຊ່ວຍ​ຈຳ​ກອງ​ປະຊຸມ.

   ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ​ຊີ້​ແຈ້ງວ່າ: 3 ປະ​ເທດ​ຈະ​ເພີ່ມ​ທະວີ​ການຜັນ​ຂະຫຍາຍ​ມາດ​ຕະການສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຊື້ - ຂາຍ ​ແລະ ຂົນ​ສົ່ງ​ຢາ​ເສບ​ຕິດ​ຢ່າງ​ຜິດ​ກົດໝາຍບົນ​ເສັ້ນຊາຍ​ແດນ ທັງ​ທາງບົກ, ທາງ​ນ້ຳ ​ແລະ ທາງ​ອາກາດ; ສົມທົບ​ກັນ​ສືບສວນ​ຮ່ວມ​ຜ່ານ​ຊາຍ​ແດນ…​ພ້ອມ​ກັນ​ນັ້ນ, ຍູ້​ແຮງ​ການ​ຮ່ວມ​ມື​ຮອບດ້ານກັບ​ບັນດາ​ປະ​ເທດ ອາ​ຊຽນ ຢ່າງ​ແໜ້ນ​ແຟ້ນ ​ແລະ ​ເຂົ້າ​ຮ່ວມ​​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ກ່ຽວ​ກັບ​ບັນດາ​ບັນ​ຫາ​ຢາ​ເສບ​ຕິດຢ່າງ​ຕັ້ງໜ້າ. ຕາມ​ຖະ​ແຫຼ​ງການ​ຮ່ວມ​ແລ້ວ, ບັນດາ​ຝ່າຍ​ຈະ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ປະຊາຊົນ​ເຂດ​ຊາຍ​ແດນ, ກ່ຽວ​ກັບ​ໄພ​ຈາກ​ຢາ​ເສບ​ຕິດ ​ແລະ ອາດຊະຍາ​ກ​​​ຳ, ກໍ່ສ້າງ​ບັນດາ​ເຂດ​ຊຸມຊົນ​ຊາຍ​ແດນ​ບໍ່​ມີ​ຢາ​ເສບ​ຕິດ ​ແລະ ບໍ່​ມີ​ອາດຊະ​ຍາ​ກຳ. ທ່ານ​ພົນ​ໂທ ​ເລ​ກຸ໋ຍ​ເວື​ອງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫລວດ, ຫົວໜ້າ​ຄະນະ ​ຫວຽດນາມ ປະທານ​ກອງ​ປະຊຸມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ:

        “ດ້ວຍ​ບົດບາດ​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງ​ທີ 15, ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາ​ດຂອງ​ຕົນ ​ເພື່​ອປະຕິບັດ​ບັນດາ​ເນື້ອ​ໃນ​ທີ່ໄດ້​ຕົກລົງ​ຢ່າງ​ມີ​ໄຊ. ​ເພື່ອ​ສຳ​ເລັດ​ໜ້າທີ່​ຮັບຜິດຊອບ​ຂອງ​ຕົນ, ຫວຽດນາມ ກໍ​ປາດ​ຖະໜາ​ຢາກ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການສະໜັບ​ສະ​ນູນ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນຂອງ​ຄະນະ​ກຳມະການ​ແຫ່ງ​ຊາດປ້ອງ​ກັນ ​ຕ້ານ​ຢາ​ເສບ​ຕິດ ລາຊະ​ອານາຈັກ ກຳປູ​ເຈຍ ​ແລະ ຄະນະ​ກຳມະການ​ແຫ່ງ​ຊາດ​ປ້ອງ​ກັນ ຕ້ານ ຢາ​ເສບ​ຕິດ ສປປ ລາວ. ດ້ວຍ​ມູນ​ເຊື້ອ​ແຫ່ງການ​ພົວພັນ​ມິດຕະພາບ​​ລະຫວ່າງ 3 ປະ​ເທດ ​ແລະ ຈາກ​ໝາກຜົນ​ກອງ​ປະຊຸມ​ນີ້, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ແນ່​ວ​ແນ່ວ່າ: ການ​ຕໍ່ສູ້​ປ້ອງ​ກັນ ຕ້ານ​ຢາ​ເສບ​ຕິດ​ຂອງ 3 ປະ​ເທດ​ພວກ​ເຮົາ ຈະ​ບັນລຸ​ໄດ້​ບັນດາ​ໝາກຜົນ​ຢ່າງ​ມີ​ໄຊ​”

        ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ ຫວຽດນາມ - ລາວ - ກຳປູ​ເຈຍ ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ຄັ້ງ​ທີ 16 ຈະ​ດຳ​ເນີນ​ຢູ່ ກຳປູ​ເຈຍ ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ