ຫວຽດນາມ-ລາວເພີ່ມທະວີການຮ່ວມມືກ່ຽວກັບວິທະຍາສາດ-ສັງຄົມ

ຫວຽດນາມ-ລາວເພີ່ມທະວີການຮ່ວມມືກ່ຽວກັບວິທະຍາສາດ-ສັງຄົມ - ảnh 1
ການຈັດຕັ້ງໃນວັນທີ 21/3
(ພາບ: My Binh)

(vovworld) – ຕອນ​ບ່າຍ​ວັນ​ທີ 21/3, ຢູ່​ນະຄອນຫຼວງ ວຽງ​ຈັນ, ທ່ານ ພັນ​ຄຳ ວິພາ​ວັນ, ​ຮອງ​ນາຍົກລັດຖະມົນຕີ ລາວ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ມະຫາບັນ​ດິດ ວິທະຍາ​ສາດ - ສັງຄົມ ຫວຽດນາມ ​ໂດຍ​ສາດສະດາຈານ, ດຣ ຫງວຽນ​ຊວນ​ຖັງ, ປະທານ​ສະພາ ມະຫາບັນ​ດິດ ວິທະຍາ​ສາກ - ສັງຄົມ ນຳ​ໜ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 20 – 22/3. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ຢືນຢັນ​ວ່າ: ພັກ, ລັດຖະບານ ​ແລະ ລັດ​ລາວ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ວຽກ​ງານ​ວິທະຍາສາດ ກໍ​ຄື​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຄົ້ນ​ຄ້ວາ​ວິທະຍາສາດ - ສັງຄົມ​ຂອງ​ສະ​ຖາ​ບັນ​ວິທະຍາສາດ - ສັງຄົມ 2 ປະ​ເທດ. ທ່ານ ທ່ານ ພັນ​ຄຳ ວິພາ​ວັນ, ຮອງ​ນາຍົກລັດຖະມົນຕີ ລາວ ປາດ​ຖະໜາ​ວ່າ: ວຽກ​ງານ​ຄົ້ນ​ຄ້ວາ ວິທະຍາສາດ ຂອງ 2 ຝ່າຍ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ. ປະກອບສ່ວນ​ເປັນ​ເສນາ​ທິກ​ານ​ໃຫ້​ແກ່​ພັກ, ລັດຖະບານ​ເຂົ້າ​ໃນການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ 2 ປະ​ເທດ.

        ຕອນ​ບ່າຍ​ວັນ​ດຽວກັນ, ​ສາດສະດາຈານ, ດຣ ຫງວຽນ​ຊວນ​ຖັງ ​ໄດ້​ມີ​ການ​ປາຖະກະຖາ​ຢູ່​ສະ​ຖາ​ບັນ​ວິທະຍາສາດ - ສັງຄົມ​ແຫ່ງ​ຊາດ​ລາວ ດ້ວຍ​ຫົວ​ຂໍ້ “ບັນດາ​ປັດ​ໄຈ​ສ້າງກຳລັງ​ແກ່ງ​ແຍ້​ງຂອງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ”

                                               


ຂ່າວ/ບົດ​ອື່ນ