ຫວຽດນາມ​ສູ້​ຊົນ​ນອນ​ໃນກຸ່ມ​ອາ​ຊຽນ​ແຖວ​ໜ້າ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະກິດ

ຫວຽດນາມ​ສູ້​ຊົນ​ນອນ​ໃນກຸ່ມ​ອາ​ຊຽນ​ແຖວ​ໜ້າ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະກິດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫວ້
​ຕ້ອນຮັບ​ທ່ານ Mark Edward Tucker 
(ພາບ: ແທ່ງຈູງ)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 25/08 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ມີ​ການ​ຕ້ອນຮັບ​ທ່ານ Mark Edward Tucker ປະທາ​ນທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ດ້ານ​ການ​ບໍລິຫານ​ກຸ່ມ​ບໍລິສັດ​ປະກັນ​ໄພ AIA (ອາ​ເມ​ລິ​ກາ). ທ່ານ​ຮອງ​ນາຍົກລັດຖະມົນຕີ ມີ​ຄວາມ​ປະ​ທັບ​ໃຈ​ດ້ວຍ​ບັນດາ​ການ​ພັດທະນາ​ຂອງ​ກຸ່ມ​ບໍລິສັດ ພາຍຫລັງ​ເກືອບ 20 ປີ​ແຫ່ງ​ການ​ລົງທຶນ ​ແລະ ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ​ເວື​ອງດີງ​ເຫວ້ ຕີ​ລາຄາ​ຄຸນ​ນະພາບ​ການ​ຮັບ​ໃຊ້ລູກ​ຄ້າ​ຂອງ​ກຸ່ມ​ບໍລິສັດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ພ້ອມ​ທັງ​ຮັບ​ຮູ້​ບັນດາ​ການ​ເຄື່ອນ​ໄຫວຮັບປະກັນ​ຊີວິດ​ສັງຄົມ​ຂອງ​ກຸ່ມ​ບໍລິສັດ​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ: ​ຕະຫລາດປະກັນ​ຊີວິດ​ຢູ່ ຫວຽດນາມ ມີ​ຄວາມ​ສາມາດ​ບົ່​ມຊ້ອນ​ໃຫຍ່​ຫລວງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ: ກຸ່ມ​ບໍລິສັດ AIA ຈະ​ລົງ​ທຶນ​​ເຂົ້າ ຫວຽດນາມ ຢ່າງແຮງ​ກ່ວາ​ອີກ ​ເພື່ອ​​ໃຫ້​ຮອດ​ປີ 2020 ຈຳນວນ​ສາຂາ AIA ຢູ່ ຫວຽດນາມ ອາດ​ເພີ່ມ​ຂຶ້ນທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ປະຈຸ​ບັນ. ລັດຖະບານ ຫວຽດນາມ ພວມ​ມີ​ບັນດາ​ການປັບປຸງ​ເຂັ້ມ​ແຂງ, ສູ້​ຊົນ​ນອນ​ໃນ​ກຸ່ມ​ບັນດາ​ປະ​ເທດ ອາ​ຊຽນ ​ແຖວ​ໜ້າ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ. ດ້ວຍ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ກາລະ​ໂອກາດ​ນັ້ນ ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ຢາກ​ໃຫ້​ກຸ່ມ​ບໍລິສັດ AIA ດ້ວຍ​ແຫຼ່ງທຶນ​ໃຫຍ່ ຈະ​ລົງທຶນ​ເຂົ້າ​ຕະຫລາດ ຫວຽດນາມ ຢ່າງ​ແຮງ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ