ຫວຽດນາມສືບຕໍ່ ແບ່ງປັນກັບການ ພັດທະນາຂອງ UNESCO

ຫວຽດນາມສືບຕໍ່ ແບ່ງປັນກັບການ ພັດທະນາຂອງ UNESCO - ảnh 1
ທ່ານ​ຫງວຽນ​ແທງ​ເຊີນ ​ແລະ ທ່ານ​ນາງ Irina Bokova

(ພາບ: radiovietnam.vn)

(vovworld)- ​ແຕ່​ວັນ​ທີ 10-26/4, ຢູ່​ນະຄອນຫຼວງ​ປາຣີ ປະ​ເທດ​ຝະລັ່ງ, ​ໄດ້​ຈັດ​ໃຫ້​ມີ​ວາລະ​ປະຊຸມ​ຂອງ​ສະພາ​ບໍລິຫານ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ຂອງ ສປຊ (UNESCO) ຄັ້ງທີ 191 ດ້ວຍ​ຫຼາຍ​ເນື້ອ​ໃນ​ສຳຄັນ​ກ່ຽວ​ກັບ​ຍຸດ​ທະ​ສາດ​ງົບປະມານ​ຂອງ​ອົງການ​ນີ້. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຫງວຽນ​ແທງ​ເຊີນ ຮອງ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ຫວຽດນາມ ນຳ​ໜ້າ​​ເຂົ້າຮ່ວມ​ວາລະ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ​ກອງ​ປະຊຸມ, ທ່ານຮອງ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ຫວຽດນາມ ຫງວຽນ​ແທງ​ເຊີນ ​ເນັ້ນໜັກ​ວ່າ: ຫວຽດນາມ ​ໃຫ້​ຄຳໝັ້ນສັນຍາ​ຈະ​ສື​ບຕໍ່​ແບ່ງປັນ​ກັບ UNESCO ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ປະຈຸ​ບັນ. ຢູ່​ນອກ​ວາລະ​ປະຊຸມ, ທ່ານຮອງ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ຫວຽດນາມ ຫງວຽນ​ແທງ​ເຊີນ​ ​ໄດ້​ມີການ​ພົບ​ປະ​ກັບ​ທ່ານ​ນາງ Irina Bokova ຜູ້ອຳນວຍການ​ໃຫ່ຍ UNESCO. ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ຝະລັ່ງ, ທ່ານຮອງ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ຫວຽດນາມ ຫງວຽນ​ແທງ​ເຊີນ ​ໃຫ້​ຮູ້​ວ່າ:

   “ການ​ນຳ ​UNESCO ​​ໃນ​ອາຍຸ​ການ​ນີ້, ພິ​ເສດ​ແມ່ນ​ທ່ານ​ນາງ Irina Bokova  ​ໄດ້ສະຫງວນ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ພິ​ເສ​ດ​ໃຫ້​ແກ່​ຫວຽດນາມ ຍ້ອນ​ວ່າ​ທ່ານ​ນາງ​ນິຍົມວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ຊາດ​ຫວຽດນາມ. ​ໃນ​ການ​ພົບ​ປະຄັ້ງນີ້, ກ່ອນ​ອື່ນ, ທ່ານ​ນາງ​ໄດ້​ຕີ​ລາຄາ​ຄຳໝັ້ນສັນຍາ ​ແລະ ຂໍ້​ຕົກລົງ​ລະຫວ່າງ​ຫວຽດນາມ ​ແລະ ​UNESCO ໃນ​ໂອກາດ​ທ່ານ​ນາງ​ມາ​ຢ້ຽມຢາມ​ຫວຽດນາມ. ທ່ານ​ນາງ​ຕີ​ລາຄາ​ວ່າ​ຫວຽດນາມ ​ໄດ້​ປະຕິບັດ​ຄຳໝັ້ນສັນຍາ ແລະ ຂໍ້ຕົກລົງນັ້ນຢ່າງ​ເຂັ້ມງວດ ​ແລະ ປະສົບ​ຜົນສຳ​ເລັດ. ​ແງ່​ຫວັງ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ​UNESCO ແມ່ນ​ດີ​ທີ່​ສຸດ. ​ໃນ​ຊຸມ​ປີ​ຕໍ່​ໄປ, ຫວຽດນາມ ຢາກ​ມີ​ບັນດາ​ການ​ແລກປ່ຽນຢ່າງ​ລະອຽດ​ລະຫວ່າງ UNESCO ກັບບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ວັດທະນະທຳ, ວິທະຍາສາດ, ການ​ສຶກສາ“

 

ຂ່າວ/ບົດ​ອື່ນ