ຫວຽດນາມສືບຕໍ່ຂາຍເຂົ້າສານ1,5ລ້ານໂຕນໃນແຕ່ລະປີໃຫ້ຟິລີບປິນ

ຫວຽດນາມສືບຕໍ່ຂາຍເຂົ້າສານ1,5ລ້ານໂຕນໃນແຕ່ລະປີໃຫ້ຟິລີບປິນ - ảnh 1
ພາບ​ປະ​ກອບ

(vovworld)- ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ໃຫ້​ຮູ້​ວ່າ: ຫວຽດ​ນາມ ແລະ ຟີ​ລີບ​ປີນ ຫາ​ກໍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກໍ່​ກຳ​ນົດ​ເວ​ລາ​ເອ​ກະ​ສານ​ຕົກ​ລົງ​ກ່ຽວ​ກັບ​ການ​ສົ່ງ​ອອກ​ນຳ​ເຂົ້າ ເຂົ້າ​ສານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ແກ່​ໄລ​ຍະ​ຕໍ່​ໄປ​ໃນ​ 2 ປີ ຄື​ປີ 2017 ແລະ 2018. ຕາມນັ້ນ​ແລ້ວ, ຫວຽດ​ນາມ ຈະ​ສ​ະ​ຫນອງ​ເຂົ້າ​ສານ 1,5 ລ້ານ​ໂຕນ/ປີ ໃຫ້​ຟີ​ລ​ີບ​ປີນ, ຮັບ​ປະ​ກັນ​ການ​ຮັກ​ສາ​ທີ່​ຕັ້ງ​ຂອງ​​ຫນຶ່ງ​ໃນ​ບັນ​ດາປະ​ເທດ​ສົ່ງ​ອອກ​ເຂົ້າ​ສານ​ແຖວ​ຫນ້າ​ຂອງ​ໂລກ. ແຕ່​ປີ 2011 – 2015, ຟີ​ລີບ​ປີນ ຍາມ​ໃດ​ກໍ​ແມ່ນ​ຕະ​ຫລາດ​ນຳ​ເຂົ້າ​ເຂົ້າ​ສານ​ສຳ​ຄັນ​ຂອງ​ຫວຽດ​ນາມ. ແຕ່​ລະ​ປີ ປະ​ເທດນີ້ ນຳ​ເຂົ້າ​ເຂົ້າ​ສານ ຈາກ 500.000 – 1.500.000 ໂຕນ ຈາກ​ຫວຽດ​ນາມ. ປະ​ລິ​ມານ​ເຂົ້າ​ສານ​ທີ່​ຫວຽດ​ນາມ ສົ່ງ​ໄປ​ຍັງ​ຕະ​ຫລາດນີ້ກວມ​ແຕ່ 17 -20% ຍອດ​ຈຳ​ນວນ​ເຂົ້າ​ສານ​ຂອງ​ຫວຽດ​ນາມ ສົ່ງ​ອອກ​ໂລກ​ແຕ່​ລະ​ປີໃນ​ໄລ​ຍະ 2011-2015.


ຕອບກັບ

ຂ່າວ/ບົດ​ອື່ນ