ຫວຽດນາມສືບຕໍ່ວາງຄາດໝາຍຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ,ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່

ຫວຽດນາມສືບຕໍ່ວາງຄາດໝາຍຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ,ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ - ảnh 1.
​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ (VBF) 2015
(ພາບ: CamTu)

(vovworld) ​ ດ້ວຍ​ຫົວ​ຂໍ້ “ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ວິ​ສາ​ຫະກິດ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ ສາກົນ”, ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ ທ້າຍ​ປີ (VBF) 2015 ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 01/12 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫວຽດນາມ ຫວູວັນ​ນິງ ​ໃຫ້​ຂໍ້ສັງ​ເກດ​ວ່າ: ປີ 2015, ​ເຖິງ​ວ່າມີ​ບັນດາ​ການ​ຜັນ​ແປ​ຢ່າງ​ສັບສົນ​ຢູ່ໃນ​ໂລກກໍ່ຕາມ ​ແຕ່ ຫວຽດນາມ ບັນລຸ​ໄດ້​ບັນດາ​ຄາດໝາຍ​ພື້ນຖານ​ທີ່​​ໄດ້ວາງ​ອອກ, ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ​ໄວ້​ຢູ່​ລະດັບ​ຕ່ຳ, ລະບົບ​ການ​ເງິນ​ມີ​ຄວາມ​ໝັ້ນ​ທ່ຽງ; ການ​ເຕີບ​ໂຕ​ເສດ​ຖະກິດ​ໃນ 9 ​ເດືອນ​ຕົ້ນ​ປີ​ບັນລຸ 6%, ຄາ​ດຄະ​ເນ​ວ່າ ການ​ເຕີບ​ໂຕ​ຂອງ​ທັງປີ 2015 ບັນລຸ 6,2 – 6,5%. ປີ 2016 ຫວຽດນາມ ສືບ​ຕໍ່​ວາງ​ຄາດໝາຍຮັກສາ​ສະຖຽນ​ລະ​ພາບ​ດ້ານເສດຖະກິດ​ມະຫາ​ພາກ, ​ແລະ​ລະດັບ​ເຕີບ​ໂຕ​​ໃຫ້ສູງ​ກ່ວາ, ຍູ້​ແຮງ​ການສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ພ້ອມ​ທັງ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ. ຫວຽດນາມ ​ໄດ້ ​ແລະ ພວມ​ເຊື່ອມ​ໂຍງ​ເຂົ້າບັນດາ​ພື້ນຖານ​ເສດຖະກິດ​ໂລກ​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ; ​ແລະ ພວມ​ເຈລະຈາ​ລົງ​ນາມ​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ລຸ່ນ​ໃໝ່​ຄື: ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP); ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ…ສ້າງ​ກຳລັງ​ໜູນ​ເພື່ອ​ຊຸກຍູ້​ພື້ນຖານ​ເສດຖະກິດ​ກໍ​ຄື​ບັນດາ​ວິ​ສາ​ ຫະກິດ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ:

        “ລັດຖະບານ ຫວຽດນາມ ປາດ​ຖະໜາ​ວ່າ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ເປັນ​ເຈົ້າ​ການ​ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຂອງ​ຕົນ​ຄືນ​​ໃໝ່, ປ່ຽນ​ແປງ​ວິທີ​ການ​ຄຸ້ມ​ຄອງ, ຍົກ​ສູງ​ປະສິດທິ​ຜົນ​ກຳລັງ​ແກ່ງ​ແຍ້​ງຂອງ​ຕົນ ​ເພື່ອຄົງ​ຕົວ​ໃນ​ຕະຫລາດ ຫວຽດນາມ ​ແລະ ບືນ​ຕົວ​ອອກສູ່​ຕະຫລາດ​ສາກົນ. ລັດຖະບານ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮຽງ​ບ່າ​ຮຽງ​ໄຫລ່​ກັບ​ບັນດາ​ວິ​ສາ​ຫະກິດ ​ແລະ ຮັບ​ຟັງ​ຄຳ​ເຫັນ​ຂອງ​ວິສາ​ຫະກິດ ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້ສະ​ເໜີ​​ອັນ​ຊອບ​ທຳ, ຖືກຕ້ອງ​ຕາມ​ກົດໝາຍ, ​ເໝາະ​ສົມ ຊຶ່ງ​ບັນດາ​ວິ​ສາ​ຫະກິດ​ໄດ້​ວາງ​ອອກ, ກໍຄື​ຮັບປະກັນ​ບັນດາ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ວິສາ​ຫະກິດ”
ຂ່າວ/ບົດ​ອື່ນ