ຫວຽດນາມ-ສະວິດເຈລະຈາຮອບທີ14ກ່ຽວກັບສິດທິມະນຸດ

ຫວຽດນາມ-ສະວິດເຈລະຈາຮອບທີ14ກ່ຽວກັບສິດທິມະນຸດ - ảnh 1

(vovworld) - ການເຈລະຈາ​ຮອບ​ທີ 14​ ກ່ຽວ​ກັບ​ສິດທິ​ມະນຸດ ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 18/10/2016, ຢູ່ ສະ​ວິດ. ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບ ບັນດາ​ຄວາມ​ມານະ​ພະຍາຍາມ, ຜົນງານ ​ແລະ ການ​ທ້າ​ທາຍ​ຂອງ​ແຕ່ລະ​ປະ​ເທດ​ໃນ​ການ​ຊຸກຍູ້ ​ແລະ ຮັບປະກັນ​ສິດ​ຕ່າງໆ​ຂອງ​ມະນຸດ, ນັບ​ແຕ່​ຮອບ​ເຈລະຈາ​ເດືອນ 11/2015; ​ແລກປ່ຽນ ​ແລະ ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ຂົງ​ເຂດ​ສິດທິ​ເຊິ່ງມະນຸດ​ມີ​ຄວາມ​ສົນ​ໃຈ; ​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນ​ຢັດ, ການ​ປະຕິ​ຮູບ​ດ້ານ​ກົດໝາຍ; ບັນດາ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ; ຄວາມ​ເສລີ​ໃນ​ການ​ປະຊຸມ ​ແລະ ສ້າງ​ຕັ້ງ​ສະມາຄົມ; ສິດ​ຂອງ​ບັນດາ​ກຸ່ມ​ຖືກ​ສ່ຽງ​ໄພ​ສູງ​ກວ່າ​ເພິ່ນໃນ​ສັງຄົມ, ພິ​ເສດ​ແມ່ນ​ຄົນ​ພິການ ​ແລະ ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ສອງ​ຝ່າຍ​ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ຢູ່​ສະພາ​ສິດທິ​ມະນຸດ​ ສະຫະ​ປະຊາ​ຊາດ.

        ຝ່າຍ​ສະ​ວັດ​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ຂອງ​ ຫວຽດນາມ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຮ່ວມ​ມື, ໜູນ​ຊ່ວຍ ຫວຽດນາມ​ໃນ​ຂົງ​ເຂດ​ປະຕິ​ຮູບ​ດານ​ຕຸລາການ, ຮັບປະກັນ​ສິດ​ຂອງ​ບັນດາ​ກຸ່ມ​ຖືກ​ສ່ຽງ​ໄພ​ສູງ​ກວ່າ​ເພິ່ນ.

ຂ່າວ/ບົດ​ອື່ນ