ຫວຽດນາມສະເໜີສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ກຳລັງຮັກສາສັນຕິພາບ

(VOVWORLD) -ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງໂຄງການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ພາລະກອນຮັກສາສັນຕິພາບ, ໂດຍສະເພາະແມ່ນບັນດາຜູ້ຖືກຕິດແປດຢ່າງງ່າຍດາຍ
ຫວຽດນາມສະເໜີສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ກຳລັງຮັກສາສັນຕິພາບ - ảnh 1(ພາບປະກອບ: TTXVN)

ວັນທີ 12 ກຸມພາ, ກຸ່ມເພື່ອນມິດກ່ຽວກັບການຮັກສາສັນຕິພາບ ໄດ້ຈັດກອງປະຊຸມສຳມະນາບໍ່ເປັນທາງການ ກ່ຽວກັບຂໍ້ລິເລີ່ມການກະທຳເພື່ອຮັກສາສັນຕິພາບ (A4P) ຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ວັກຊິນໂຄວິດ-19.

        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ກ່າວຄຳເຫັນຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ທີ່ມີຕໍ່ການເຄື່ອນໄຫວຮັກສາສັນຕິພາບ ແລະ ບັນດາຄວາມມານະພະຍາຍາມມຸ່ງໄປເຖິງການເພີ່ມທະວີປະສິດທິຜົນຂອງການເຄື່ອນໄຫວຮັກສາສັນຕິພາບ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງໂຄງການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ພາລະກອນຮັກສາສັນຕິພາບ, ໂດຍສະເພາະແມ່ນບັນດາຜູ້ຖືກຕິດແປດຢ່າງງ່າຍດາຍຄື: ພາລະກອນການແພດເຮັດວຽກຢູ່ບັນດາໂຮງໝໍກາງສະໜາມ, ບັນດາກຳລັງເຄື່ອນໄຫວຢູ່ເຂດມີຄວາມສຽງຕິດແປດສູງ. ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາຄະນະຜູ້ຕາງໜ້າ ແລະ ປະເທດເຈົ້າພາບໃນວິວັດການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງໃຫ້ແກ່ບັນດາກຳລັງຮັກສາສັນຕິພາບເວົ້າລວມ ແລະ ສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ບັນດາພາລະກອນຮັກສາສັນຕິພາບເວົ້າສະເພາະ.

        ທີ່ການປຶກສາຫາລື, ມີຫຼາຍຄຳເຫັນກໍ່ໃຫ້ຂໍ້ສັງເກດວ່າ ຕ້ອງຮັບປະກັນການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ບັນດາພາລະກອນຮັກສາສັນຕິພາບ, ເນັ້ນໜັກເຖິງບັນດາສິ່ງທ້າທາຍຈາການຂາດງົບປະມານ, ບົດບາດ ແລະ ໜ້າທີ່ຂອງບັນດາຝ່າຍທີ່ກ່ຽວຂ້ອງ ກໍ່ຄືສິ່ງທ້າທາຍຈາກບັນດາໄວຣັດສາຍພັນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ