ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ຂໍ້​ຕົກ​ລົງ​ທົ່ວ​ໂລກ​ແກ້​ໄຂ​ບັນ​ຫາມົນ​ລະ​ພິດ​ປາຼດ​ສ​ຕິກ

(VOVWORLD) - ລັດຖະບານ ຫວຽດນາມ ຍາມໃດກໍ່ຍົກສູງລະດັບຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມຢູ່ທະເລ ແລະ ໝູ່ເກາະ, ພິເສດແມ່ນບັນຫາທີ່ກ່ຽວຂ້ອງເຖິງການອະນຸລັກຮັກສາຊີວະນາໆພັນທະເລ, ສິ່ງແວດລ້ອມທະເລ
ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ຂໍ້​ຕົກ​ລົງ​ທົ່ວ​ໂລກ​ແກ້​ໄຂ​ບັນ​ຫາມົນ​ລະ​ພິດ​ປາຼດ​ສ​ຕິກ - ảnh 1ບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມສຳມະນາ EPPIC (ພາບ: Vietnam+)

ໂດຍແມ່ນປະເທດສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງສະພາຄູ່ຮ່ວມມືກ່ຽວກັບການຄຸ້ມຄອງສິ່ງແວດລ້ອມບັນດາທະເລຢູ່ເຂດອາຊີຕາເວັນອອກ(PEMSEA), ໃນລະດັບພາກພື້ນ, ຫວຽດນາມ ສະໜັບສະໜູນຢ່າງແຮງການເຂົ້າຮ່ວມການເຈລະຈາ ສ້າງຂໍ້ຕົກລົງທົ່ວໂລກແກ້ໄຂບັນຫາມົນລະພິດປາຼດສຕິກ.

ຜ່ານການພ້ອມກັນສ້າງຂໍ້ຕົກລົງ, ຫວຽດນາມ ພ້ອມກັບບັນດາປະເທດຈະສະແດງໃຫ້ເຫັນຈິດໃຈສະໜິດຕິດພັນ ເພື່ອພ້ອມກັບປະຊາຄົມສາກົນ ແກ້ໄຂບັນຫາມົນລະພິດຂີ້ເຫຍື້ອປຼາດສຕິກ. ນີ້ແມ່ນການຢັ້ງຢືນຂອງທ່ານ ເຈືອງດຶກຈີ, ຮອງຫົວໜ້າກົມທະເລ ແລະ ໝູ່ເກາະ ຫວຽດນາມ (ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ)  ຢູ່ກອງປະຊຸມສຳມະນາກ່ຽວກັບການຮ່ວມມືໃນພາກພື້ນ ມຸ່ງໄປເຖິງຂໍ້ຕົກລົງທົ່ວໂລກກ່ຽວກັບບັນຫາມົນລະພິດປຼາດສິກ ໂດຍກົມທະເລ ແລະ ໝູ່ເກາະ ຫວຽດນາມ ແລະ  ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ສົມທົບກັນຈັດຂຶ້ນໃນຕອນເຊົ້າວັນທີ 26 ກໍລະກົດ ຢູ່ຮ່າໂນ້ຍ.

ຕາມທ່ານ ເຈືອງດຶກຈີ ແລ້ວ, ລັດຖະບານ ຫວຽດນາມ ຍາມໃດກໍ່ຍົກສູງລະດັບຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມຢູ່ທະເລ ແລະ ໝູ່ເກາະ, ພິເສດແມ່ນບັນຫາທີ່ກ່ຽວຂ້ອງເຖິງການອະນຸລັກຮັກສາຊີວະນາໆພັນທະເລ, ສິ່ງແວດລ້ອມທະເລ, ກໍ່ຄືແກ້ໄຂບັນຫາຂີ້ເຫຍື້ອປຼາດສຕິກ ຢູ່ມະຫາສະມຸດ. ບັນດາຄວາມມານະພະຍາຍາມນີ້ແມ່ນແນໃສ່ຊຸກຍູ້ການພັດທະນາເສດຖະກິດທະເລຕາມທິດຍືນຍົງ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕໍ່ເອກະສານຮ່ວມ, ຮ່າງຍຸດທະສາດການຮ່ວມມືເພື່ອແກ້ໄຂບັນຫາມົນລະພິດ ແລະ ປະກອບສ່ວນເຂົ້າໃນການສ້າງສົນທິສັນຍາທົ່ວໂລກກ່ຽວກັບມົນລະພິດປຼາດສຕິກ. ຂໍ້ລິເລີ່ມຮ່ວມມືນີ້ສ່ອງແສງໃຫ້ເຫັນຈິດໃຈຮ່ວມມືໃນພາກພື້ນ ແລະ ຄວາມຕັດສິນໃຈລວມໃນການຕ້ານບັນຫາມົນລະພິດປຼາດສະຕິກ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຍິ່ງກ່ວານັ້ນອີກ.


 

ຕອບກັບ

ຂ່າວ/ບົດ​ອື່ນ