ຫວຽດນາມສະໜັບສະໜູນການຮ່ວມມືລະຫວ່າງBusanກັບບັນດາທ້ອງຖີ່ນຂອງຫວຽດນາມ

ຫວຽດນາມສະໜັບສະໜູນການຮ່ວມມືລະຫວ່າງBusanກັບບັນດາທ້ອງຖີ່ນຂອງຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ
(ພາບ: VGP)

(vovworld) - ​ ທີ່​ການ​ຕ້ອນຮັບທ່ານ Park Soo Kwan, ຫົວໜ້າ​ສະຖານກົງສູນ​ໃຫຍ່​ກິດ​ຕິ​ມະ​ສັກ ຫວຽດນາມ ປະຈຳ​ເຂດ Busan – Gyeongnam, ທີ່ພວມຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ​ໃນຕອນ​ບ່າຍ​ວັນ​ທີ 21/7. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ຢືນຢັນ​ວ່າ.  ລັດຖະບານ​ ຫວຽດນາມ​ ສະໜັບສະໜູນ​ການເຄື່ອນ​ໄຫວຮ່ວມ​ມື​ລະຫວ່າງ Busan (ສ.​ເກົາຫຼີ) ກັບ​ບັນດາ​ທ້ອງ​ຖິ່ນ​ຂອງຫວຽດນາມ. ທ່ານ​ ​ເນັ້ນ​ໜັກ​ວ່າ: ຄວາມ​ສາມາດ​ປົ່ນ​ຊ້ອນ​​ໃນການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ  ຍັງ​ໃຫຍ່​ຫລວງ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບຢູ່; ທ່ານສະ​ແດງ​ຄວາມປາດ​ຖະໜາ​ວ່າ ທ່ານ Park Soo Kwan ຈະສືບ​ຕໍ່​ປະກອບສ່ວນ​​ຫຼາຍ​ກວ່າ​ອີກໃນການ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ລວມລະຫວ່າງ  Busan ​ແລ​ະ ​ທ້ອງ​ຖິ່ນ​ຕ່າງໆຂອງ ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​​ຄື: ​ເສດຖະກິດ, ການ​ລົງທຶນ, ການ​ຄ້າ, ການທ່ອງທ່ຽວ, ວັດ​ທະນະ​ທຳ, ສັງຄົມ, ການ​ສຶກສາ, ສາທາລະນະ​ສຸກ, ​ແຮ​ງງານ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ພົບ​ປະ​​ແລກປ່ຽນ​ປະຊາຊົນ…ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ກໍສະ​ເໜີ​ທ່ານ Park Soo Kwan ສືບ​ຕໍ່​ມີ​ບັນ​ດາ​ການ​ເຄື່ອນ​ໄຫວທີ່​ຕັ້ງໜ້າ​ໃນ​ວຽກ​ງານ​ປົກ​ປ້ອງ​ຊາວ ຫວຽດນາມ ກໍ​ຄື​ໜູນ​ຊ່ວຍ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ ຫວຽດນາມ ຢູ່​ເຂດ Busan – Gyeongnam. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ​ແຈ້ງ​​ໃຫ້​ຮູ້ວ່າ: ​ໄດ້ຊີ້​ນຳ​ທະນາຄາ​ນ​ແຫ່ງ​ລັດອອກ​ໜັງສື​ອະນຸຍາດ​ໃຫ້​ທະນາຄານ Busan ​ເປີດ​ສາຂາ​ປະຈຳ ຫວຽດນາມ ​ແລະ ສະ​ເໜີ​ທະນາຄານ Busan ຍູ້​ແຮງ​ການ​ເປີດ​ສາຂາ​ນີ້​ໂດຍ​ໄວ.

        ສ່ວນ​ທ່ານ Park Soo Kwan ​ໃຫ້​ຮູ້​ວ່າ: ທະນາຄານ Busan ພວມ​ສົມທົບ​ກັບ​ບັນດາ​ອົງການ​ກ່ຽວຂ້ອງ, ວິ​ສາ​ຫະກິດ ສ.​ເກົາຫຼີ ຊຸກຍູ້​ການສົ່ງ​ເສີມ​ເພື່ອ​ໃຫ້ນັກ​ລົງທຶນ​ຂອງ Busan ​ເຂົ້າ​ມາ​ລົງທຶນຢູ່​ຫວຽດນາມ, ທຳ​ມາ​ຫາ​ກິນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເຫຼັກ​ກ້າ, ​ອາ​ໄຫຼ່​ລົດ​ໃຫຍ່,  ສິນ​ໃນ​ນ້ຳ….ນັບ​ມື້​ນັບ​​ຫລາຍ​. ທ່ານ Park Soo Kwan ຢືນຢັນ​ວ່າ: ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ.

 

ຂ່າວ/ບົດ​ອື່ນ