ຫວຽດນາມສະໜັບສະໜູນຂໍ້ລິເລ່ີມກ່ຽວກັບ“ການຢຸດຕິໄພທຸກຍາກອຶດຫິວ-ILOແລະໂຄງການດຳເນີນງານ2030”

ຫວຽດນາມສະໜັບສະໜູນຂໍ້ລິເລ່ີມກ່ຽວກັບ“ການຢຸດຕິໄພທຸກຍາກອຶດຫິວ-ILOແລະໂຄງການດຳເນີນງານ2030” - ảnh 1
ເດັກນ້ອຍເຮັດວຽກໜັກຢູ່ Ouagadougou, Burkina Faso.
 (ພາບ: AFP/TTXVN)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 1 – 13/6, ອົງການ​ແຮງງານ​ສາກົນ (ILO) ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ແຮງ​ງານ​ສາກົນ (ILC) ຄັ້ງ​ທີ 105 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ຫລັກ​ແຫຼ່ງຂອງ​ຄົນ​ງານ, ​ໃນ​ນັ້ນ​ມີ​ການ​ຫລຸດຜ່ອນ​ຂອງ​ການ​ເຄື່ອນ​ໄຫວ​ແຮງ​ງານ​ໃນ​ບັນຫາສະໜອງ​ແຮງ​ງານ​ໄປທົ່ວ​ໂລກ, ຄົນ​ງານ​ເຮັດ​ວຽກ​ບົນ​ທະ​ເລ ​ແລະ ບັນດາ​ສິດ​ພື້ນຖານ​ຂອງ​ຄົນ​ງານ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງລັດຖະມົນຕີກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຟ້າ​ມມີ​ງຮວນ ຢັ້ງຢືນ​ວ່າ: ຫວຽດນາມ ສະໜັບສະໜູນ​ຂໍ້​ລິ​ເລີ່​ມກ່ຽວ​ກັບ “ການ​ຢຸດ​ຕິ​ໄພ​ທຸກ​ຍາກ​ອຶດຫິວ - ILO ​ແລະ ​ໂຄງການ​ດຳ​ເນີນ​ງານ 2030” ກໍ່​ຄື​ບັນດາ​ຂໍ້​ລິ​ເລີ່​ມສະຫັດ​ສະ​ວັດ​ກະກຽມສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ILO. ຫວຽດນາມ ຕີ​ລາຄາ​ສູງ​ເລື່ອງ​ກອງ​ປະຊຸມ​ໄດ້​ສະຫງວນ​ເວລາ​​ເພື່ອ​ປືກສາ​ຫາລື​ເນື້ອ​ໃນ​ວຽກ​​ເຮັດງານທຳ​ແບບ​ຍືນ​ຍົງ​ໃນ​ບັນ​ຫາສະໜອງ​ແຮງ​ງານ​ໄປທົ່ວ​ໂລກ.

        ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ບັນດາ​ຜູ້​ຕາງໜ້າ ຫວຽດນາມ ກໍ່​ມີ​ການພົບ​ປະ 2 ຝ່າຍ​ຄັ້ງ​ຕ່າງໆ​ເພື່ອ​ແນ​ໃສ່​ຫັນ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​ເປັນ​ລະອຽດ.

        ກອງ​ປະຊຸມ​ແຮງ​ງານ​ສາກົນ​ແມ່ນ​ກົນ​ໄກຍົກ​ອອກ​ຂໍ້​ຕົກລົງ​ສູງ​ສຸດ​ຂອງ ILO. ນີ້​ແມ່ນ​ກອງ​ປະຊຸມ​ໄດ້​ຮັບ​ການຈັດ​ຕັ້ງ​ປະຈຳ​ປີ​ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ຜູ້ຕາງໜ້າ 3 ຝ່າຍ​ລວມມີ: ລັດຖະບານ, ບັນດາ​ອົງການ​ຂອງ​ຄົນງານ ​ແລະ ຜູ້ນຳ​ໃຊ້​ຄົນ​ງານ​ທີ່​ມາ​ຈາກ 186 ປະ​ເທດ​ສະມາຊິກ ILO.


ຂ່າວ/ບົດ​ອື່ນ