ຫວຽດນາມສະໜັບສະໜູນລະບອບລະບຽບການຫຼາຍຝ່າຍເພື່ອການພັດທະນາແບບຍືນຍົງ


ຫວຽດນາມສະໜັບສະໜູນລະບອບລະບຽບການຫຼາຍຝ່າຍເພື່ອການພັດທະນາແບບຍືນຍົງ - ảnh 1
ທ່ານ​ຮອ​ງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບີງ​ມິນ

(vovworld)- ​ວັນ​ທີ 24/9, ໂດຍ​ຕາງ​ໜ້າ​ລັດ​ຖະ​ບານ​ຫວຽດ​ນາມ, ທ່ານ​ຮອ​ງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບີງ​ມິນ ໄດ້ກ່າວ​ບົດ​ປະ​ກອບ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ​ຂັ້ນ​ສູງ​ໃນກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ​່ ສ.ປ.ຊ ຊຸດ​ທີ 71 ຢູ່​ນິວຢອກ, ອາ​ເມ​ລິ​ກາ.   ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບີງ​ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ໜ້າ​ບັນ​ຫາ​ເສດ​ຖະ​ກິດ​ໂລກ​ຟື້ນ​ຟູ​ຊັກ​ຊ້າ, ລັດ​ທິ​ປົກ​ປ້ອງ​ເພີ່ມ​ທະ​ວີ​ຂຶ້ນ, ບັນ​ດາ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນ​ຄົງດ້ານ​ສະ​ບຽງ​ອາ​ຫານ, ຄວາມ​ຂາດ​ແຄນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ, ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ, ໄພ​ກໍ່​ການ​ຮ້າຍ​ພວມ​ເພີ່ມ​ຂຶ້ນ​ຢູ່ຫຼາຍ​ແຫ່ງ. ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຝ້າມ​ບີງ​ມິນ ເນັ້ນ​ໜັກ​ວ່າ :

   “  ການ​ສຳ​ຜັດຫຼາຍ​ຝ່າຍ​ເພື່ອ​ພ້ອມ​ກັນ​ຊຸກ​ຍູ້​ແກ້​ໄຂ​ບັນ​ດາ​ບັນ​ຫາ ແລະ ສິ່ງທ້າ​ທາຍລວມ​ພວມ​ກາຍ​ເປັນ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຍາວ​ນານ​ຍ້ອນບໍ່​ມີ​ປະ​ເທດ​ໃດ​ໜຶ່ງ, ເຖິງວ່າ​ຈະໃຫ​່ຍຫຼື​ນ້ອຍ, ຮັ່ງ​ມີຫຼື​ທຸກ​ຍາກ ກໍ​ບໍ່​ອາດ​ຮັບ​ມື​ດ້ວຍ​ຕົນ​ເອງ​ໄດ້, ພິ​ເສດ​ເມື່ອ​ບັນ​ດາ​ບັນ​ຫາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຍາມ​ໃດ​ກໍ​ຜູກ​ພັນ, ປະ​ສານ​ສົມ​ທົບ​ເຂົ້າ​ກັນ ແລະ ມີ​ການ​ໜູນ​ຊ່ວຍ​ຊຶ່ງ​ກັນ​ ແລະ ກັນ. ພ້ອມ​ກັນ​ນັ້ນ, ບັນ​ດາ​ລະ​ບອບລະ​ບຽບ​ການຫຼາຍ​ຝ່າຍ ກໍ​ແມ່ນ​ບ່ອນ​ເພື່ອ​ໃຫ້ບັນ​ດາ​ປະ​ເທດສ້າງ​ຄວາມ​ກົມ​ກ່ຽວ​ດ້ານ​ຜົນ​ປະ​ໂຫຍດ, ຄຸ້ມ​ຄອງ​ຄວາມບໍ່​ລົງ​ລອຍ​ກັນ ແລະ ການ​ຂັດ​ແຍ້ງ​ເປັນ​ຢ່າງ​ດີ. ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຂອງ​ກົນ​ໄກຫຼາຍ​ຝ່າຍ, ພິ​ເສດ​ແມ່ນ ສ.ປ.ຊ ”
ຂ່າວ/ບົດ​ອື່ນ