ຫວຽດນາມສ້າງຄວາມປະທັບໃຈຫລາຍຢ່າງໃນອາຊຽນ

ຫວຽດນາມສ້າງຄວາມປະທັບໃຈຫລາຍຢ່າງໃນອາຊຽນ - ảnh 1
(ພາບປະກອບ)

(vovworld) – ​​ໃນ​ໄລຍະ 20 ປີ​ແຫ່ງ​ວັນ​ເຂົ້າ​​ເປັນ​ສະມາຊິກ​ສະມາຄົມ​ປະຊາ​ຊາດອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN). ຫວຽດນາມ ​​​ໄດ້ມີຂໍ້​ລິ​ເລີ່​ມຫລາຍ​ຢ່າງ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ ອາ​ຊຽນ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ​ເມື່ອ​ຕອບ​ສຳພາດຕໍ່​ນັກ​ຂ່າວ​ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ ຫວຽດນາມ - ອາ​ຊຽນ (28/7/1995 – 28/7/2015)

              ຕາມທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ​ແລ້ວ, ໜຶ່ງ​ໃນ​ບັນດາ​ຂໍ້​ລິ​ເລີ່​ມທີ່​ພົ້ນ​ເດັ່ນ​ແມ່ນ​ການ​ຊ່ວຍ ອາ​ຊຽນ ສ້າງສຳ​ເລັດຄາດໝາຍ​ເຕົ້າ​ໂຮມ​ 10 ປະ​ເທດ ອາ​ຊຽນ ​ໃນ​ຊາຍ​ຄາ​ລວມ, ນຳ ອາ​ຊຽນ​ ຈາກ​ກຸ່ມ​ພຽງ​ມີ​ສະມາຊິກ 6 ປະ​ເທດ​ ຂຶ້ນເປັນ 10 ປະ​ເທດ​​ຂອງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ຄຽງ​ຂ້າງ​ນັ້ນ, ຫວຽດນາມ ​ເປັນ​ປະ​ເທດ ໄດ້​ຍົກ​ອອກ​ຂໍ້​ລິ​ເລີ່​ມ​ເຊື່ອມ​ຕໍ່​ ອາ​ຊຽນ ຢ່າງ​ຮອບ​ດ້ານ, ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາ​ໃນ ອາ​ຊຽນ. ນີ້​ແມ່ນ​ພື້ນ​ຖານ​ສຳຄັນ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມັກຄີ,​ ​ເຊື່ອມ​ຕໍ່ກໍຄື​ຍົກ​ສູງ​ກຳລັງ​ແຮງ​ຂອງ ອາ​ຊຽນ.

              ກ່ຽວ​ກັບ​ບັນດາ​ຈຸດ​ສຸມ​ບຸລິມະສິດ​ຂອງ ຫວຽດນາມ ​ໃນ​ໄລຍະ​ມາ​ເຖິງ, ທ່ານ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ຊີ້​ແຈ້ງວ່າ:

              “ບັນດາ​ບຸລິມະສິດ ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​​ໃຫ້ມີ​ປະສິດທິ​ຜົນ​ກ່ວາ​ອີກ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ປະຊາ​ຄົມ ອາ​ຊຽນ ​ແລະ ​ຄວາມ​ສຳຄັນຍຸດ​ທະ​ສາດ​ຂອງ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື ອາ​ຊຽນ. ພວກ​ເຮົາ​ຕ້ອງສະຫງວນ​ບຸລິມະສິດ​ໃຫ້​​ແກ່​ການຮັບປະກັນ​ສັນຕິພາບ, ຄວາມ​ປອດ​ໄພ​ຢູ່​ພາກ​ພື້ນ, ​ໃນ​ນັ້ນ​ມີ​ສັນຕິພາບ, ຄວາມ​ປອດ​ໄພ​ບົນ​ທະ​ເລ​ຕາ​ເວັນ​ອອກ.”

           ທ່ານ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ຢືນຢັນ​ວ່າ: ສັນຕິພາບ,ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ແມ່ນ​ເງື່ອນ​ໄຂ​ຕັດສິນ​ຊີ​ຂາດ​ໃຫ້​ແກ່ການ​ພັດທະນາ​ຂອງ ອາ​ຊຽນ. ຫວຽດນາມ ຈະ​ມານະ​ພະຍາຍາມ​ຊຸກຍູ້​ຊອກ​ຫາ​ຫຼັກ​ໝັ້ນ​ລວມຂອງ ອາ​ຊຽນ ກ່ຽວ​ກັບ​ບັນຫາ​ນີ້, ​ໃນ​ສະພາວະ​ພາກ​ພື້ນ​ພວມຢືນ​ຕໍ່ໜ້າ​ສິ່ງ​ທ້າ​ທາຍຫລາຍ​ຢ່າງ.


ຂ່າວ/ບົດ​ອື່ນ