ຫວຽດນາມສ້າງຄວາມປະທັບໃຈໃນງານບຸນບັນດາຊົນເຜົ່າສ່ວນໜ້ອຍຢູ່ສ.ເຊັກໂກ

ຫວຽດນາມສ້າງຄວາມປະທັບໃຈໃນງານບຸນບັນດາຊົນເຜົ່າສ່ວນໜ້ອຍຢູ່ສ.ເຊັກໂກ - ảnh 1
ວາດຟ້ອນຂອງບັນດາຊົນເຜົ່າ ໄຕງວຽນ

(vovworld) –  ​ແຕ່​ວັນ​ທີ 26 – 29/5, ຢູ່​ນະຄອນ ປຣາຮາ, ​ໄດ້​ດ​ຳ​ເນີນ​ງາ​ນບຸນ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທົ່ວ ສ. ​ເຊັກ​ໂກ ຄັ້ງ​ທີ 18 ດ້ວຍ​ຊື່ວ່າ “ປຣາຮາ - ໝາກ​ຫົວ​ໃຈ​ຂອງບັນດາ​ເຜົ່າ”. ປີ​ນີ້​ງານ​ບຸນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 30 ຄະນະທີ່​ມາ​ຈາກ 18 ປະ​ເທດ​​ເຊິ່ງ​ໄດ້​ສະ​ແດງ​ບັນດາ​ຮູບການ​ສິລະ​ປະ​ພື້ນ​ເມືອງ​ທີ່​ເປັນ​ມູນ​ເຊື້ອ, ​ເຊິ່ງລວມມີ: ​ດົນຕີ, ຂັບຮ້ອງ​, ຟ້ອນ. ດ້ວຍ​ບັນດາ​ຊຸດ​ອາພອນ​ປະຈຳ​ເຜົ່າ​ທີ່​ສວຍ​ງາມ ​ແລະ ບັນດາ​ລາຍການ​ສະ​ແດງ​ທີ່​ມີ​ຊີວິດ​ຊີ​ວາ, ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢູ່​ງານ​ບຸນ.

        ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ເຊື່ອມ​ໂຍງ​ນັບ​ແຕ່​ເມື່ອ​ໄດ້​ຮັບ​ການຮັບຮອງ​ເປັນ​ປະຊາ​ຄົມຊົນ​ເຜົ່າ​ທີ 14 ຂອງ ສ. ​ເຊັກ​ໂກ ​ໃນ​ປີ 2013, ຫວຽດນາມ ​ໄດ້ເລືອກ​ເປັນ​ຄະນະ​ນຳ​ໜ້າ​ການ​ສວນສະໜາມ. ຄະນະ ຫວຽດນາມ ​ໄດ້​​ແນະນຳ​​ບັນດາ​ວາດ​ຟ້ອນ​ໃນ​ລະດູບານ​ໃໝ່, ວາດ​ຟ້ອນ​ຂອງ​ຊາວ​ເຜົ່າ​ໄຕ​ງວຽນ ຫຼື ຟ້ອນ​ດອກ​ບົວ​ທີ່​​ເປ​ັນມູນ​ເຊື້ອ. ບັນດາ​ລາຍການ​ສະ​ແດງ​ຂອງ​ຄະນະ ຫວຽດນາມ ​ລ້ວນ​ແຕ່​ໄດ້​ຮັບ​ການ​ຊົມ​ເຊີຍ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ຜູ້​ຊົມ. ຕາມ​ທ່ານ ​ເລ​ຢູຍກີ່, ຮອງ​ປະທານ​ຜູ້​ປະຈຳການ​ສະມາຄົມ​ຊາວ ຫວຽດນາມ ຢູ່ ປຣາຮາ, ສະມາຊິກ​​​ໃນ​ຄະນະ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ປີ​ນີ້​ແມ່ນ​ຄັ້ງ​ທີ 18 ​ທີ່​ວັນວັດທະນະທຳ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທົ່ວ​ປະ​ເທດ ສ. ​ເຊັກ​ໂກ, ​ຖືກ​ຈັດ​ຕັ້ງໃນ​ນັ້ນມີ​ຊົນ​ເຜົ່າ ຫວຽດນາມ. ​ຄາວ​ບໍ່​ທັນ​ໄດ້​ຮັບການ​ຮັບ​ຮອງ​ເປັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພວກ​ເຮົາ​​ໄດ້​ຕັ້ງໜ້າ​ທີ່​ສຸດ, ​ເມື່ອ​ໄດ້​ຮັບຮອງ​ແລ້ວ​ພວກ​ເຮົາ​ຍິ່ງຕັ້ງໜ້າ​ກ່ວາ​ອີກ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ ພວກ​ເຮົາ​ຢາກ​ແບ່ງປັນ, ຢາກ​ອະນຸລັກຮັກສາ​ວັດທະນະທຳ ຂອງ ຫວຽດນາມ​ ​ໄວ້ຢ່າງ​​ແທ້​ຈິງ.”

                                                    

ຂ່າວ/ບົດ​ອື່ນ