ຫວຽດນາມສ້າງສະພາບແວດລ້ອມດ້ານການເງິນສະດວກເພື່ອຫນູນຊ່ວຍປະຊາຊົນພັດທະນາເສດຖະກິດ

ຫວຽດນາມສ້າງສະພາບແວດລ້ອມດ້ານການເງິນສະດວກເພື່ອຫນູນຊ່ວຍປະຊາຊົນພັດທະນາເສດຖະກິດ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:VTV1

(vovworld)-  ​ຕອນ​ເຊົ້າ​ວັນ​ທີ 21/3 ຢູ່ ຮ່າ​ໂນ້ຍ, ທະ​ນາ​ຄານ​ແຫ່ງ​ລັດ ໄດ້​ສົ​ມ​ທົບ​ກັບ​ກອງ​ທຶນ Citi, ກອງ​ທຶນ​ເພື່ອ​ການ​ຮ່ວມ​ມື​ພັດ​ທະ​ນາ ຈັດ​ຕັ້ງກອງ​ປະ​ຊຸມ​ການ​ເງິນ​ຮອບ​ດ້ານ ອາ​ຊີ ປາ​ຊີ​ຟີກ ປີ 2017. ດ້ວຍ​ຫົວ​ຂໍ້​ “ຊຸກ​ຍູ້​ການ​ເງິນ​ຮອບ​ດ້ານ​ໃນ​ຍຸກ​ສະ​ໄຫມ ​ດີ​ຈີ​ຕອນ”, ກອງ​ປະ​ຊຸມ​ໄດ້​ຍົກ​ໃຫ້​ເຫັນ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຂອງ​ລະ​ບອບ​ການ​ເງິນ​ຮອບ​ດ້ານ​ໃນ​ອະ​ນາ​ຄົດ, ບັນ​ດາ​ເຕັກ​ໂນ​ໂລ​ຊີ ກໍ​ຄື​ຫົວ​ຄິດ​ປະ​ດິດ​ສ້າງ​ໃຫມ່​ສຸດ​ໃນ​ຜະ​ລິດ​ຕະ​ພັນ ແລະ ບໍ​ລິ​ການ​ການ​ເງິນ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາງ ຫງວຽນ​ທິ​ຮົ່ງ, ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ຖື​ວ່າ: ປະ​ຈຸ​ບັນ, ຫວຽດ​ນາມ ມີກວ່າ 60 ລ້ານ​ຄົນ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຊົນ​ນະ​ບົດ, ກວມ 52% ກຳ​ລັງ​ແຮງ​ງານ​ໃນ​ສັງ​ຄົມ. ນີ້​ແມ່ນ​ກຸ່ມ​ເປົ້າ​ໝາຍ​ຄວນ​ໄດ້​ຮັບ​ການ​ສຸ​ມ​ໃສ່​ຫນູນ​ຊ່ວຍ, ພິ​ເສດ​ແມ່ນ​ຜ່ານ​ການ​ເງິ​ນ​ຮອບ​ດ້ານ. ສະ​ນັ້ນ ຫວຽດ​ນາມ ຈະ​ສືບ​ຕໍ່​ສ້າງ​ສະ​ພາ​ບ​ແວດ​ລ້ອມ​ສະ​ດວກກວ່າ​ອີກ​ເພື່ອ​ໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ ສາ​ມາດ​ສຳ​ຜັດ​ກັບ​ບັນ​ດາ​ບໍ​ລິ​ການ​ການ​ເງິນຢ່າງ​ງ່າຍ​ດາຍ ແລະ ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ຫນູນ​ຊ່ວນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ