ຫວຽດ​ນາມ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ກາ​ເຟ ​ເອ​ກະ​ລັກ

(VOVWORLD) - ວັນທີ 9 ທັນວາ, ຢູ່ນະຄອນ ບວນມາທວັດ, ສະຖາບັນວາງແຜນຜັງ ແລະ ອອກແບບດ້ານກະສິກຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ສົມທົບກັບ ຄະນະຄຸ້ມຄອງໂຄງການຫັນປ່ຽນກະສິກຳ ແບບຍືນຍົງ ຫວຽດນາມ (VnSAT) ຈັດກອງປະຊຸມສຳມະນາສ້າງແຜນຮ່າງພັດທະນາກາເຟ ເອກະລັກ ຫວຽດນາມ.
ຫວຽດ​ນາມ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ກາ​ເຟ ​ເອ​ກະ​ລັກ - ảnh 1 ກອງປະຊຸມສຳມະນາສ້າງແຜນຮ່າງພັດທະນາກາເຟ ເອກະລັກ ຫວຽດນາມ

ແຜນຮ່າງພັດທະນາ ກາເຟເອກະລັກ ຫວຽດນາມ ໄດ້ຜັນຂະຫຍາຍມາແຕ່ປີ 2018 ແລະ ໄດ້ ທົດລອງຢູ່ 8 ແຂວງ ແມ່ນ ດ້ຽນບຽນ, ເຊີນລາ, ກ໋ວາງຈິ, ກອນຕຸມ, ຢາລາຍ, ດັກລັກ, ດັກນົງ ແລະ ເລິມດົ່ງ. ແຜນຮ່າງແມ່ນເພື່ອແນໃສ່ຫັນທິດທາງການພັດທະນາກາເຟເອກະລັກຫວຽດນາມໃຫ້ເປັນລະອຽດຮອດປີ 2030 ດ້ວຍເປົ້າໝາຍຢັ້ງຢືນຄຸນນະພາບເຄື່ອງໝາຍການຄ້າ ກາເຟຫວຽດນາມ ເວົ້າລວມ ແລະ ເພີ່ມລາຍຮັບໃຫ້ແກ່ຜູ້ເຂົ້າຮ່ວມລະບົບມູນຄ່າ ກາເຟ ເວົ້າສະເພາະ. ທີ່ກອງປະຊຸມສຳມະນາ, ທ່ານ ຈິ່ງດຶກມິງ, ປະທານສະຫະສະມາຄົມກາເຟ ໃຫ້ຮູ້ວ່າ:

        ການພັດທະນາ ກາເຟ Robusta ຕ້ອງເອົາໃຈໃສ່ເຖິງຕະຫຼາດພາຍໃນປະເທດ. ຍ້ອນວ່າຕະຫຼາດພາຍໃນປະເທດຈະຊ່ວຍໃຫ້ກາເຟຊະນິດອື່ນໆ ມີການເຕີບໂຕໄປຕາມ. ເມື່ອເຂົາເຈົ້າ ເຂົ້າໃຈໄດ້ວ່ານີ້ແມ່ນ ກາເຟແຊບ, ນີ້ແມ່ນກາເຟເອກະລັກ, ການບໍລິໂພກເພີ່ມຂຶ້ນ ຊື່ສຽງຂອງກາເຟຫວຽດນາມກໍ່ເພີ່ມຂຶ້ນ. ຕະຫຼາດກາເຟເອກະລັກທີ່ຈັດຕັ້ງລະບົບສະໜອງຈະມີຈຸດແຕກຕ່າງກັບກາເຟການຄ້າທຳມະດາ.

ຕອບກັບ

ຂ່າວ/ບົດ​ອື່ນ