ຫວຽດນາມສ້າງແຜນການສັງລວມລະດັບຊາດຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ

ຫວຽດນາມສ້າງແຜນການສັງລວມລະດັບຊາດຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ - ảnh 1
(ພາບປະກອບ)

(vovworld) - ຕາມ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແລ້ວ, ​ແຜນການ​ສັງ​ລວມລະດັບ​ຊາດຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກໄດ້​ຮັບ​ການປະຕິບັດ​ໃນ​ໄລຍະ 2016 – 2020 ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ເຊື່ອມ​ຕົວ​ກັບ​ວົງ​ຄະນາ​ຍາດ. ​ແຜນການ​ສຸມ​ໃສ່​ເຂົ້າ​ບັນດາ​ກຸ່ມ​ຄາດໝາຍ​ຕົ້ນຕໍ​ແມ່ນ: ຍົກ​ສູງຄວາມ​ສາມາດ​ກາ​ຍະ​ບຳບັດ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ; ໜູນ​ຊ່ວຍວິທີ​ຫາ​ເງິນ​ລ້ຽງ​ຊີບ, ກູ້​ຢືມ​ບ້ວງ​ສິນ​ເຊື່ອ, ກໍ່ສ້າງ​ອາຊີບ, ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​​ຢ່າງ​ເໝາະ​ສົມ; ຍົກ​ສູງ​ຄວາມ​ສາມາດ​ໃຫ້​ຖັນ​ແຖວ​ພະນັກງານ ​ທີ່​ເຮັດວຽກ​ງານ​ກາຍຍະ​ບຳບັດ ​ແລະ ຊ່ວຍ​ເຫຼືອ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີ​ດບໍ່​ທັນ​ແຕກ. ທ່ານ ​ໂຕ​ດຶກ, ຮອງ​ຫົວໜ້າ​ກົມອຸປະ​ກະ​ລະ​ສັງຄົມຂຶ້ນ​ກັບ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໃຫ້​ຮູ້​ວ່າ:

        “​ເພື່ອ​​ເພີ່ມ​ທະວີ​ປະສິດທິ​ຜົນ​ໃນການ​ຊ່ວຍ​ເຫຼືອ​​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕ​ກ, ພວກ​ຂ້າພ​ະເຈົ້າຖື​ວ່າ: ຕ້ອງ​ເພີ່ມ​ທະວີ​ກົນ​ໄກ​ສົມທົບກັນລະຫວ່າງ​ຂະ​ແໜງ, ພິ​ເສດ​ແມ່ນ​ປຸກລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ວົງ​ຄະນະ​ຍາດ​ສັງ​ສົມ ​ແລະ ບັນດາ​ອົງການ​ສຳນັກງານ, ປະຊາຊົນ ​ໃນວຽກງານ​ຊ່ວຍ​ເຫຼືອ​​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ. ຈຸດ​ສຳຄັນ​ໜຶ່ງ​ອີກ​ແມ່ນ ຕ້ອງນຳ​ເອົາ​ບັນດາ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ ​ເຂົ້າບັນດາ​ລາຍການ​ພັດທະນາການ​ຮັບປະກັນ​ຊີວິດ​ສັງຄົມ​ຢູ່​ແຂວງ, ນະຄອນ​ຕ່າງໆ”.

ຂ່າວ/ບົດ​ອື່ນ