ຫວຽດນາມ-ສ.ເກົາຫຼີຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດພາຍຫລັງສົງຄາມ

ຫວຽດນາມ-ສ.ເກົາຫຼີຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດພາຍຫລັງສົງຄາມ - ảnh 1
ຫວຽດນາມ-ສ.ເກົາຫຼີຮ່ວມມືແກ້ໄຂຜົນຮ້າຍຢ້ອນ
ຫລັງຈາກລະເບີດພາຍຫລັງສົງຄາມ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 14/06, ຢູ່​ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ອົງການ​ຮ່ວມ​ມື​ສາກົນ ສ.​ເກົາຫຼີ (KOICA) ປະຈຳ ຫວຽດນາມ ຈັດ​ຕັ້ງ​ພິທີ​ລົງ​ນາມ​ບົດ​ບັນ​ທຶກ​ປຶກສາ​ຫາລື​ໂຄງການ “ຫວຽດນາມ - ສ.​ເກົາຫຼີ ຮ່ວມ​ມືກັນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກລູກ​ລະ​ເບີດບໍ່​ທັນ​ແຕກ​ພາຍຫລັງ​ສົງ​ຄາມ”. ​ໂຄງການ​​ເພື່ອແນ​ໃສ່​ຈຸດໝາຍ​ເພີ່ມ​ທະ​ວີ​ກຳລັງຄວາມ​ສາມາດ​ຄຸ້ມ​ຄອງ​ໃນ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກລະ​ເບີ​ດບໍ່​ທັນ​ແຕກພາຍຫລັງ​ສົງ​ຄາມ ​ໂດຍ​ຜ່ານ​ການສ້າງ​ກຳລັງ​ຄວາມ​ສາມາ​ດ​ໃຫ້​ສູນ​​ເກັບ​ກູ້​ລະ​ເບີດ​ຍັງ​ບໍ່​ທັນ​ແຕກແຫ່ງຊາດ ຫວຽດນາມ; ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ປະຊາຊົນ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ     ທ​້ອງຖິ່ນ ດ້ວຍ​ການ​ສຳ​ຫລວດ ​ແລະ ມ້າງ ​ທຳລາຍ​ລູກລະ​ເບີ​ດບໍ່​ທັນ​ແຕກ​ຫລັງ​ສົງຄາມ​ໃນ​ເນື້ອ​ທີ່ 8.000 ​ເຮັກຕາ​ຢູ່ 2 ​ແຂວງ ບີ​ງດິງ ​ແລະ ກວາງ​ບີ​ງ. ພ້ອມ​ທັງ ​ໂຄງການ​ກໍ່​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ໄພອັນຕະລາຍ​ຂອງ​ລູກ​ລະ​ເບີດ​ໃຫ້​ປະຊາຊົນ ​ແລະ ໜູນ​ຊ່ວຍ​ບັນດາ​ຜູ້​ປະສົບ​ເຄາະຮ້າຍ​ຈາກລູກ​ລະ​ເບີດ​ ​ເພື່ອ​ເຊື່ອມ​ຕົວ​ເຂົ້າ​ກັບ​ປະຊາ​ຄົມ​ຄືນ​​ໃໝ່; ໜູນ​ຊ່ວຍ​ຍົກ​ສູງ​ວຽກ​ງານ​​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກລູກ​ລະ​ເບີດ​ບໍ່​ທັນ​ແຕກໃນ​ທົ່ວ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ. ​ໃນ​ໂຄງການ​ດັ່ງກ່າວ ອົງການ​ຮ່ວມ​ມື​ສາກົນ ສ.​ເກົາຫຼີ ຈະ​ໃຫ້​ຊ່ວຍ​ເຫຼືອ​ລ້າ​ແກ່​ສູນ​ເກັບ​ກູ້​ລະ​ເບີດຍັງ​ບໍ່​ທັນ​ແຕກ​ແຫ່ງ​ຊາດ ຫວຽດນາມ ປະມານ 20 ລ້ານ USD ​ເພື່ອ​ປະຕິບັດ​ໂຄງການ​ດັ່ງກ່າວໃນຮອບ​ເວລາ 5 ປີ, ຄາດ​ວ່າ​ນັບ​ແຕ່​ປີ 2016 – 2020.

 

ຂ່າວ/ບົດ​ອື່ນ