ຫວຽດນາມຫວັງວ່າWHOສືບຕໍ່ໜູນຊ່ວຍໃນຂົງເຂດສາທາລະນະສຸກ

ຫວຽດນາມຫວັງວ່າWHOສືບຕໍ່ໜູນຊ່ວຍໃນຂົງເຂດສາທາລະນະສຸກ - ảnh 1
ທ່ານ Shin Young – soo ແລະ ທ່ານ ຫງວຽນ​ຊວນ​ຟຸກ

(vovworld) – ​ ຕອນ​ບ່າຍ​ວັນ​ທີ 20/9, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ Shin Young – soo, ຜູ້ອຳນວຍການ​ອົງການ​ອະນາ​ໄມ​ໂລກ (WHO) ​ເຂດ​ປາຊີ​ຟິກ​ຕາ​ເວັນ​ຕົກ, ພວມ​ມີ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ WHO ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ, ການ​ເງິນ ກໍ່​ຄື​ລະດົມ​ບັນດາ​ແຫຼ່ງກຳລັງ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ໃຫ້​ແກ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ: ລັດຖະບານ ຫວຽດນາມ ພວມ​ສ້າງ​ແຜນການ​ສັງ​ລວມປະຕິບັດ​ບັນດາ​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຂອງ ສປຊ ຢ່າງ​ຮີບ​ດ່ວນ ​ແລະ ຫວັງ​ວ່າ​ຢາກ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​, ພິ​ເສດ​ແມ່ນ​ອົງການ​ອະນາ​ໄມ​​ໂລກ.

        ສ່ວນ​ທ່ານ Shin Young – soo, ຜູ້ອຳນວຍການ​ອົງການ​ອະນາ​ໄມ​​ໂລກ (WHO), ຖື​ວ່າ: ຫວຽດນາມ ບັນ​ລຸ​ໄດ້​ບັນດາ​ຜົນງານ​ທ່ີ​ປະ​ທັບ​ໃຈ​ກ່ຽວ​ກັບ​ການ​ພັດທະນາ​ສາທາະລະນະ​ສຸກ. ​ເຖິງ​ວ່າ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນພຽງ​ປະ​ມາ​ນ 2.000 USD ​ຕໍ່​ປ​ີ​ເທົ່າ​ນັ້ນ ​ແຕ່​​ບັນ​ດາຜົນງານ​​ກ່ຽວ​ກັບ​ສາທາ​ລະນະ​ສຸກ, ພິ​ເສດ​ແມ່ນ​ອາຍຸ​ຍືນ​ຄິດສະ​ເລ່ຍ, ອາດ​ຈະ​ເທົ່າ​ກັບ​ບັນດາ​ປະ​ເທດ​ມີ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ເຖິງ 20.000 USD. ທ່ານ Shin Young – soo ຢັ້ງຢືນ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ແລະ ຫວັງ​ວ່າ: ລັດຖະບານ ຫວຽດນາມ ​ເອົາ​ໃຈ​ໃສ່​ປັບປຸງ​ລະບົບ​ສາທາລະນະ​ສຸກ, ຍົກ​ສູງ​ອັດຕາ​ປະຊາຊົນ​ເຂົ້າ​ຮ່ວມ​ການປະກັນ​ສຸຂະພາບ.

 

 


ຂ່າວ/ບົດ​ອື່ນ