ຫວຽດ​ນາມ-ອົດ​ສະ​ຕາ​ລີ ປະກາດຍຸດ​ທະ​ສາດ​ເພີ່ມ​ທະ​ວີການ​​​ເຊື່ອມ​ຕໍ່​ດ້ານ​ເສດ​ຖະ​ກິດ

(VOVWORLD) -ໃນວັນທີ 21 ທັນວາ ສອງລັດຖະບານ ຫວຽດນາມ-ອົດສະຕາລີ ໄດ້ປະກາດຍຸດທະສາດເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດພ້ອມກັບແຜນການເພື່ອຊຸກຍູ້ການພົວພັນທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃນໄລຍະ ປີ 2021-2025.

ຫວຽດ​ນາມ-ອົດ​ສະ​ຕາ​ລີ ປະກາດຍຸດ​ທະ​ສາດ​ເພີ່ມ​ທະ​ວີການ​​​ເຊື່ອມ​ຕໍ່​ດ້ານ​ເສດ​ຖະ​ກິດ - ảnh 1ພາບປະກອບ: VGP

ຍຸດທະສາດໄດ້ສຸມໃສ່ຂົງເຂດທີ່ສຳຄັນມີ ການຕະຫຼາດໃໝ່ຫຼາຍຢ່າງເພື່ອໜູນຊ່ວຍພື້ນຖານເສດຖະກິດສອງປະເທດ ຫວຽດນາມ-ອົດສະຕາລີ ຟື້ນຟູໃນໂລກລະບາດ ໂຄວິດ-19  ແລະ ພັດທະນາກວມລວມ, ໝັ້ນຄົງດ້ວຍຄວາມສາມາດຮັບມືຢ່າງສູງກັບຜົນກະທົບພາຍນອກ.

ລວມມີ: ການສຶກສາ-ກໍ່ສ້າງ, ພະລັງງານ ແລະ ຊັບພະຍາກອນ, ກະສິກຳ ແລະປ່າໄມ້, ອຸດສາຫະກຳ ບໍລິການ, ທ່ອງທ່ຽວ, ວິທະຍາສາດ-ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດສ້າງ, ເສດຖະກິດດີຈິີຕອນ.

 ຍຸດທະສາດໄດ້ເນັ້ນໜັກເຖິງຄວາມສຳສັນຂອງການປະຕິບັດຕາມ ແລະ ປັບປຸງລະບົບການຄ້າທົ່ວໂລກ ອີງຕາມທຳນຽມສາກົນ, ເປັນພື້ນຖານເພື່ອຍູ້ແຮງການຄ້າເສລີ ແລະ ພ້ອມກັນຮ່ວມມືແກ້ໄຂກັບບັນດາສີ່ງທ້າທາຍລວມ.

ເລື່ອງປະຕິບັດສຳເລັດແຜນການຮ່ວມມື ໃນໄລຍະ ປີ 2021-2025 ແລະ ຍຸດທະສາດເພີ່ມທະວີ ການເຊື່ອມຕໍ່ດ້ານເສດຖະກິດໃນໄລຍະຍາວຈະເປັນປະຖົມປັດໄຈໃຫ້ແກ່ການພັດທະນາການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ອົດສະຕາລີ ໃນທຸກດ້ານຢ່າງເລີກເຊີ່ງຈາກນັ້ນຍົກສູງຖານະດ້ານເສດຖະກິດ, ການເມືອງ ຂອງສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ອາຊີ-ປາຊີຟີກ.

ຕອບກັບ

ຂ່າວ/ບົດ​ອື່ນ