ຫວຽດນາມ-ອິນເດຍເພີ່ມທະວີການຮ່ວມມືສອງຝ່າຍໃນຫລາຍຂົງເຂດ

(VOVWORLD) -

ໂດຍໄດ້ຮັບຄຳເຊີນຂອງ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ແລະ ພັນລະຍາ ພ້ອມດ້ວຍບັນດາສະມາຊິກໃນຄະນະໄດ້ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 18 – 20 ພະຈິກ ປີ 2018.

ຫວຽດນາມ-ອິນເດຍເພີ່ມທະວີການຮ່ວມມືສອງຝ່າຍໃນຫລາຍຂົງເຂດ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ  ທ່ານປະທານາທິບໍດີ ອິນເດຍ Ram Nath Kovind

ພາບ:Vietnamnet

ພິທີຕອ້ນຮັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind  ແລະ ພັນລະຍາ ຖືກຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດຕາມພິທີການສູງສຸດ.

ພາຍຫລັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind .

ສິ້ນສຸດການເຈລະຈາ, ການນຳສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມ ແລະ ມອບເອກະສານຮ່ວມມື 4 ສະບັບ ລະຫວ່າງສອງປະເທດ.

ຕໍ່ຈາກນັ້ນ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ  ແລະ ປະທານາທິບໍດີ ອິນເດຍ Ram Nath Kovind  ໄດ້ພົບປະກັບນັກຂ່າວເພື່ອປະກາດໝາກຜົນການເຈລະຈາ.

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນຫລາຍດ້ານໃນການພົວພັນສອງຝ່າຍ ຫວຽດນາມ - ອິນເດຍ ແລະ ບັນດາບັນຫາພາກພື້ນ, ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເນັ້ນຫນັກເຖິງຄວາມຈຳເປັນຄວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນທຸກຂົງເຂດເລິກເຊິ່ງຂຶ້ນຕື່ມ, ເປັນຕົ້ນແມ່ນຮັກສາບັນດາກົນໄກການຮ່ວມມືສອງຝ່າຍ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ບັນດາເອກະສານການຮ່ວມມືທີ່ໄດ້ລົງນາມນຳກັນ.

ສອງຝ່າຍເຫັນດີນຳກັນໂດຍຖືວ່າ: ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແມ່ນຫນຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຄວນສືບຕໍ່ແກ້ໄຂບັນດາຂໍ້ຕິດຂັດ ແລະ ວາງອອກບັນດານະໂຍບາຍ, ມາດຕະການ ເພື່ອເພີ່ມທະວີການພົວພັນດ້ານການຄ້າສອງຝ່າຍ ເພື່ອບັນລຸວົງເງິນສົ່ງອອກນຳເຂົ້າໃຫ້ໄດ້ 15 ຕື້ USD ໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີ ເພີ່ມທະວີບັນດາການເຄື່ອນໄຫວສົ່ງເສີມການລົງທຶນໃນບັນດາຂົງເຂດຊື່ງ ອິນເດຍ ມີທ່າແຮງ ແລະ ຫວຽດນາມ ໃຫ້ບຸລິມະສິດພັດທະນາ.

ທ່ານປະທານາທິບໍດີ ອິນເດຍ ເນັ້ນຫນັກວ່າ: ຫວຽດນາມ ແມ່ນເສົາຄ້ຳຍຸດທະສາດໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ ແລະ ແມ່ນຄູ່ຮ່ວມມືສຳຄັນໃນອາຊຽນ.  ການຢ້ຽມຢາມແມ່ນມີຄວາມໝາຍສຳຄັນໃນການສືບຕໍ່ປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ພວມໃນທ່າພັດທະນາອັນດີງາມ.

ຕອບກັບ

ຂ່າວ/ບົດ​ອື່ນ