ຫວຽດ​ນາມ-ອີ​ຢູ​ຊຸກ​ຍູ້​ການ​ຮ່ວມ​ມື​​ການ​ຄ້າ​ດ້ານ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ

(VOVWORLD) -ທີ່ການເຮັດວຽກ, ທ່ານລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດ ລ້ວນແຕ່ໄດ້ເຫັນດີເປັນເອກະສັນ ກ່ຽວກັບເລື່ອງສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຄ້າຜະລິດຕະພັນກະເສດ. 
ຫວຽດ​ນາມ-ອີ​ຢູ​ຊຸກ​ຍູ້​ການ​ຮ່ວມ​ມື​​ການ​ຄ້າ​ດ້ານ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ - ảnh 1(ພາບ: VOV)

  ເພື່ອແນໃສ່ເພີ່ທະວີການຮ່ວມມືລະຫວ່າງຫວຽດນາມ-ອີຢູ ໃນຂົງເຂດກະສິກຳ, ພິເສດແມ່ນຊຸກຍູ້ການຮ່ວມມືການຄ້າດ້ານຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ພາຍຫຼັງສົນທິສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາປີ 2020 ເປັນຕົ້ນໄປນັ້ນ, ຕອນບ່າຍວັນທີ 1 ຕຸລາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລມິນຮວານ ໄດ້ໃຫ້ການຕ້ອນຮັບທ່ານ Pier Giorgio Aliberti, ເອກອັກຄະລັດຖະທູດ ຫົວໜ້າຜູ້ຕາງໜ້າຝ່າຍສະຫະພາບເອີລົບ ປະຈຳ ຫວຽດນາມ.

ທີ່ການພົບປະ, ທ່ານລັດຖະມົນຕີເລມິນຮວານ ໄດ້ຢືນຢັນວ່າ: ບັນດາປະເພດຜະລິດຕະພັນກະເສດແລກປ່ຽນລະຫວ່າງສອງຝ່າຍ ມີການເພີ່ມເຕີ່ມໃຫ້ແກ່ກັນ ແລະ ທ່ານປາດຖະໜາວ່າ ບັນດາວິສາຫະກິດອີຢູ ຈະເພີ່ມທະວີການລົງທຶນເຂົ້າຂະແໜງກະສິກຳຫວຍຽດນາມຕາມທິດເຕກໂນໂລຊີສູງ, ປຸງແຕ່ງເລິກ, ນຳໃຊ້ບັນດາມາດຖານຂຽວ, ສິງເແວດລ້ອມຍືນຍົງ. ພ້ອມກັນນັ້ນ ສົ່ງເສີມ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ FDI ຂອງອີຢູ ສົ່ງອອກເຄື່ອງຈັກ, ອຸປະກອນ, ເຕັກໂນໂລຊີ, ວັດຖຸດິບໄປຫວຽດນາມ. ທ່ານຍັງສະເໜີໃຫ້ອີຢູ ພິດຈາລະນາແກ້ໄຂ “ບັດເຫຼືອງ” ໃຫ້ແກ່ຫວຽດນາມ ໂດຍໄວ.

   ທີ່ການເຮັດວຽກ, ທ່ານລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດ ລ້ວນແຕ່ໄດ້ເຫັນດີເປັນເອກະສັນ ກ່ຽວກັບເລື່ອງສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຄ້າຜະລິດຕະພັນກະເສດ. ຄຽງຄູ່ກັບບັນດາປະເພດສິນຄ້າດັ່ງກ່າວ, ຍັງຕ້ອງພິດຈາລະນະຊຸກຍູ້ການຄ້າສຳລັບເຂົ້າສານຂອງຫວຽດນາມ, ໝາກໄມ້, ຜັກຂອງທັງຫວຽດນາມ ແລະ ອີຢູ, ບັນດາຜະລິດຕະພັນປຸງແຕ່ງ….

ຕອບກັບ

ຂ່າວ/ບົດ​ອື່ນ