ຫວຽດນາມຮຽກຮ້ອງຈີນຢຸດຕິການລະເມີດ,ຖອນກຳປັ່ນທັງໝົດອອກຈາກເຂດເສດຖະກິດຈຳເພາະຂອງຫວຽດນາມ

(VOVWORLD) -ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມດຳເນີນໃນວັນທີ 22 ສິງຫາ ຢູ່ ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ເນັ້ນຫນັກວ່າ: ໃນຊຸມມື້ຜ່ານມາ, ກຸ່ມກຳປັ່ນສຳຫລວດ ໄຮ້ຢາງ 8 ຂອງຈີນ ໄດ້ກັບຄືນ ແລະ ສືບຕໍ່ມີການກະທຳລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ. 
ຫວຽດນາມຮຽກຮ້ອງຈີນຢຸດຕິການລະເມີດ,ຖອນກຳປັ່ນທັງໝົດອອກຈາກເຂດເສດຖະກິດຈຳເພາະຂອງຫວຽດນາມ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN)

ໂຄສົກ ກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

“ຫວຽດນາມ ໄດ້ພົວພັນກັບຝ່າຍຈີນ ກ່ຽວກັບບັນຫານີ້ເປັນ ຫລາຍເທື່ອແລ້ວ, ຮຽກຮ້ອງຈີນ ຢຸດຕິການລະເມີດໃນທັນທີ, ຖອນກຳປັ່ນທັງໝົດອອກຈາກເຂດເຂດຖະກິດຈຳເພາະຂອງຫວຽດນາມ, ບໍ່ມີການກະທຳລະເມີດ ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ ທະເລຕາເວັນອອກກໍຄືຢູ່ ພາກພື້ນ.”

ທ່ານນາງ ເລທິທູຮັ່ງ ເນັ້ນຫນັກວ່າ: ຫວຽດນາມ ສະເຫນີບັນດາປະເທດກ່ຽວຂ້ອງ ແລະ ປະຊາຄົມສາກົນ ປະກອບສ່ວນຕັ້ງຫນ້າ, ແທດຈິງ ເຂົ້າໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ສັນຕິພາບ, ຄວາມໝັ້ນຄົງໃນພາກພຶ້ື້ນ, ຄວາມປອດໄພການເດີນທະເລ ແລະ ການບິນ, ເຄົາລົບກົດໝາຍວ່າດ້ວຍທະເລ, ເໝາະສົມກັບກົດໝາຍສາກົນ ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982.

ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ຫວ່າງແລ້ວນີ້ ໂຄສົກກະຊວງການຕ່າງປະເທດຈີນ ຖືວ່າ: ກຸ່ມກຳປັ່ນ ຈີນ ເຄື່ອນໄຫວໃນຂອບເຂດຂຶ້ນກັບສິດອະທິປະໄຕຂອງຈີນ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຢືນຢັນຄືນວ່າ:

“ຫວຽດນາມ ມີ ພື້ນຖານດ້ານນິຕິທຳ ແລະ ພະຍານຫລັກຖານປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕສຳລັບ ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ, ສອດຄອ່ງກັບກົດໝາຍສາກົນ. ກ່ຽວກັບການລະເມີດຂອງກຸ່ມກຳປັ່ນໄຮ້ຢາງ 8, ພວກຂ້າພະເຈົ້າໄດ້ເວົ້າເປັນຫລາຍເທື່ອແລ້ວວ່າ ນີ້ແມ່ນເຂດທະເລຂອງຫວຽດນາມ ໄດ້ກຳນົດຕາມສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982.”

ທີ່ການຖະແຫລງຂ່າວ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ກໍ່ປະກາດໃຫ້ຮູ້ວ່າ ເລື່ອງບັນດາປະເທດ ອາຊຽນ ເປັນຄັ້ງທຳອິດ ໄດ້ຈັດການຊ້ອມຮົບຮ່ວມກັບ ອາເມລິກາ ຢູ່ ອ່າວໄທ ແລະ ການຊ້ອມຮົບຮ່ວມນີ້ ດຳເນີນແຕ່ວັນທີ 2-6 ກັນຍາປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ