ຫວຽດນາມຮຽກຮ້ອງໃຫ້ປະຊາຄົມສາກົນຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ

(VOVWORLD) -ຫວຽດນາມ ຮຽກຮ້ອງໃຫ້ປະຊາຊົນສາກົນ ສືບຕໍ່ຮ່ວມແຮງຮ່ວມໃຈໜູນຊ່ວຍການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ສຳລັບສິ່ງແວດລ້ອມ ແລະ ມະນຸດ

ຫວຽດນາມຮຽກຮ້ອງໃຫ້ປະຊາຄົມສາກົນຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ - ảnh 1 ທ່ານພົນໂທ ຫງວຽນຈິ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ກອງປະຊຸມ

(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາສາກົນ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ, ມານະພະຍາຍາມເພື່ອສັນຕິພາບ ແລະ ການພັດມະນາແບບຍືນຍົງ” ໂດຍຫ້ອງການອົງການປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ແລະ  ທາດພິດເຄມີພາຍຫຼັງສົງຄາມຢູ່ຫວຽດນາມ (ຫຼື ເອີ້ນຫຍໍ້ວ່າ ຄະນະຊີ້ນຳ 701) ສົມທົບກັບໂຄງການພັດທະນາຂອງສະຫະປະຊາຊາດ (UNDP) ຈັດຂຶ້ນໃນຕອນບ່າຍວັນທີ 25 ມີນາ, ຢູ່ນິວຢອກ, ປະເທດອາເມລິກາ, ທ່ານພົນໂທ ຫງວຽນຈິ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ເນັ້ນໜັກວ່າ: ຫວຽດນາມ ຮຽກຮ້ອງໃຫ້ປະຊາຊົນສາກົນ ສືບຕໍ່ຮ່ວມແຮງຮ່ວມໃຈໜູນຊ່ວຍການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ສຳລັບສິ່ງແວດລ້ອມ ແລະ ມະນຸດ, ປະກອບສ່ວນເພື່ອຊ່ວຍໃຫ້ຫວຽດນາມ ພັດທະນາແບບຍືນຍົງ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ. ທ່ານຮອງລັດຖະມົນຕີ ຫງວຽນຈິ໊ວິ້ງ ຢືນຢັນວ່າ, ຫວຽດນາມ ແມ່ນສັນຍາລັກຂອງຄວາມມານະພະຍາຍາມຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ ເພື່ອກ້າວຂຶ້ນໄລຍະພັດທະນາໃໝ່, ພ້ອມທັງກໍ່ແມ່ນສັນຍາລັກຂອງການຮ່ວມມືສາກົນກັບຫຼາຍປະເທດ ໃນນັ້ນມີບັນດາປະເທດທີ່ເຄີຍເຂົ້າຮ່ວມສົງຄາມຢູ່ຫວຽດນາມ. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ບັນດາຄວາມສາມາດຂອງຕົນເພື່ອຊ່ວຍໃຫ້ປະຊາຄົມສາກົນ ມີກຳລັງຄວາມສາມາດເປັນຢ່າງດີກວ່າໃນກິດຈະການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫຼາຍພາກພື້ນໃນໂລກ.

        ທ່ານນາງ Asako Okai, ຜູ້ຊ່ວຍວຽກເລຂາທິການໃຫຍ່ສະຫະປະຊາຊາດ, ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ UNDP, ຜູ້ອຳນວຍການໃຫຍ່ໜູນຊ່ວຍແກ້ໄຂວິກິດການໃຫ້ຮູ້ວ່າ, UNDP ໄດ້ສ້າງແຜນການໜູນຊ່ວຍຫວຽດນາມ ໃນໄລຍະຈະມາເຖິງ, ພິເສດແມ່ນຜ່ານບັນດາໂຄງການທີ່ພວມຜັນຂະຫຍາຍ ໂດຍ UNDP ເປັນຜູ້ປະສານງານ ແລະ KOICA ເປັນນັກອຸປະຖຳ ເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກຫຼັງສົງຄາມ. ບັນດາຜູ້ແທນສາກົນລ້ວນແຕ່ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ໃນໄລຍະຜ່ານມາ. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໜູນຊ່ວຍແຫຼ່ງກຳລັງໃຫ້ແກ່ຫວຽດນາມ ໃນໄລຍະຈະມາເຖິງ ເພື່ອສືບຕໍ່ແກ້ໄຂຄວາມເຈັບປວດຍ້ອນສົງຄາມປະໄວ້, ພ້ອມກັນປະກອບສ່ວນເຂົ້າໃນສັນຕິພາບ ແລະ ການພັດທະນາຢ່າງວັດທະນາຖາວອນແບບຍືນຍົງໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ