ຫວຽດນາມເຂົ້າຮ່ວມ ກອງປະຊຸມປະຈຳປີຂອງ ECOSOC

ຫວຽດນາມເຂົ້າຮ່ວມ ກອງປະຊຸມປະຈຳປີຂອງ ECOSOC - ảnh 1
(ພາບປະກອບ)

(vovworld)- ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂັ້ນ​ລັດ​ຖະ​ມ​ົນ​ຕີຂອງ​ສະ​ພາ​ເສດ​ຖະ​ກິດ-ສັງ​ຄົມ ສະ​ຫະ​ປະ​ຊາ​ຊາດ(ECOSOC) ແລະ ເວ​ທີ​ປາ​ໄສ​ສົນ​ທະ​ນາ​ຂັ້ນ​ສູງກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໄດ້​ຖືກ​ໄຂ​ຂຶ້ນ​ແຕ່​ວັນ​ທີ 7-11/7 ຢູ່​ສຳ​ນັກ​ງານ ສະ​ຫະ​ປະ​ຊາ​ຊາດທີ່​ນິວຢອກ, ອາ​ເມ​ລິ​ກາ, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໂດຍ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ລົງ​ທຶນ ຫງວຽນ​ເທ້​ເຟືອງ​ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.

 ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ລົງ​ທຶນ ຫງວຽນ​ເທ້​ເຟືອງ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ສຳ​ຄັນ, ແບ່ງ​ປັນ​ບົດ​ຮຽນ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ​ຂອງ​ຫວຽດ​ນາມ, ປະ​ກາດ​ແຜນ​ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມໃນ​ການ​ພັດ​ທະ​ນາ​ຮູບ​ແບບ​ການ​ເຕີບ​ໂຕ​ຂຽວ​ໂດຍ​ມີ​ການ​ປະ​ສານ​ສົມ​ທົບ​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຕາມ​ທິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມສະ​ເໜີ​ວ່າ ໃນ​ວິ​ວັດ​ການ​ສ້າງ​ໂຄງ​ການ​ດຳ​ເນີນ​ງານ​ເພື່ອ​ພັດ​ທະ​ນາຫຼັງ​ປີ 2015, ສະ​ຫະ​ປະ​ຊາ​ຊາດຄວນ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ​ຄື​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ເພື່ອ​ສ້າງ​ປະ​ຖົມ​ປັດ​ໃຈ​ແກ່​ການ​ພັດ​ທະ​ນາ, ແກ້​ໄຂ​ບັນ​ດາ​ຜົນ​ກະ​ທົບ​ທີ່​ຫຍໍ້​ທໍ້​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ…. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ລົງ​ທຶນ ຫງວຽນ​ເທ້​ເຟືອງ ຢືນ​ຢັນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ​ທີ່​ຍາມ​ໃດ​ກໍ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ວິ​ວັດ​ທະ​ນາ​ການນີ້.

ຂ່າວ/ບົດ​ອື່ນ