ຫວຽດນາມເຂົ້າຮ່ວມກອງປະຊຸມSOMTC17ກ່ຽວກັບການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ

(VOVWORLD) -ຕອນເຊົ້າວັນທີ 24 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ຄັ້ງທີ 17 (SOMTC 17). 

ຫວຽດນາມເຂົ້າຮ່ວມກອງປະຊຸມSOMTC17ກ່ຽວກັບການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ - ảnh 1 ກອງປະຊຸມ SOMTC 17

(ພາບ: TTXVN)

ນີ້ແມ່ນກອງປະຊຸມປະຈຳປີສຳຄັນຂອງກຳລັງປະຕິບັດກົດໝາຍບັນດາປະເທດອາຊຽນ. ຄະນະຜູ້ແທນຫວຽດນາມ ໂດຍພົນຕີ ເຈີນວັນເວ້, ຜູ້ຮັກສາການຫົວໜ້າກົມໃຫຍ່ຕຳຫຼວດ, ເປັນຫົວໜ້າຄະນະ. ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ, ພົນຕີ ເຈີນວັນເວ້ ຊີ້ແຈ້ງວ່າ, ໃນຊຸມປີຜ່ານມາ, ຍາມໃດຫວຽດນາມ ກໍ່ປະຕິບັດຢ່າງມີປະສິດທິຜົນບັນດາຄວາມຮຽກຮ້ອງກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານອາດຊະຍາກຳໃນຂົງເຂດອາດຊະຍາກຳບຸລິມະສິດຂອງອາຊຽນ, ໜູນຊ່ວຍດ້ານອາຍາ, ຕາມລ່າ, ມອບສົ່ງຕົວຜູ້ຕ້ອງໂທດ… ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປ້ອງກັນ, ຕ້ານອາດຊະຍາກຳຂອງບັນດາປະເທດ. ພົນຕີ ເຈີນວັນເວ້ ສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາປະເທດອາຊຽນ ເພີ່ມທະວີການຮ່ວມມື ກ່ຽວກັບການປ້ອງກັນ, ຕ້ານບັນດາອາຊະຍາກຳ ເພື່ອແນໃສ່ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ.

        ທີ່ກອງປະຊຸມ, ເພື່ອແນໃສ່ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າສົມທົບກັນໃນພາກພື້ນ, ຄະນະຜູ້ແທນຫວຽດນາມ ໄດ້ສະເໜີແນວຄວາມຄິດກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳພາກພື້ນອາຊຽນ ບົນພື້ນຖານບັນດາຂົງເຂດ: ຢຶດຊັບສິນຍ້ອນ ມີການກະທຳຜິດ, ຕາມລ່າອາດຊະຍາກອນປົບໜີ ແລະ ກໍ່ການຮ້າຍທາງເຄືອຂ່າຍອີນເຕີແນັດ.

ຕອບກັບ

ຂ່າວ/ບົດ​ອື່ນ