ຫວຽດນາມເຂົ້າຮ່ວມກອງປະຊຸມກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດໂລກປີ2013

ຫວຽດນາມເຂົ້າຮ່ວມກອງປະຊຸມກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດໂລກປີ2013 - ảnh 1
ກອງປະຊຸມກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດໂລກປີ2013
photo:internet


(vovworld)- ທີ່​ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມກ່ຽວຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໂລກ​ປີ2013(COP 19)ຈັດ​ຂຶ້ນ​ໃນ​ຕອນ​​ເຊົ້າ​ວັນ​ທີ 14/11 ຢູ່ ຮ່າ​ໂນ້ຍ, ການ​ນຳ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໃຫ້​ຮູ້​ວ່າ: ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ ​ເຈີ​ນຮົ່ງ, ຮອງ​ລັດຖະມົນຕີ​ກະຊວງ​ດັ່ງກ່າວ​ນຳ​ຫນ້າ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ COP 19. ກອງ​ປະຊຸມ COP 19 ​ຄັ້ງ​ນີ້​ໄດ້​ປຶ​ກສາ​ຫາລື​ບັນດາ​ບັນຫາ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ກອງ​ປະຊຸມ​ຄັ້ງ​ກ່ອນ​ນີ້, ​ໃນ​ນັ້ນ ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂໍ້​ຕົກລົງ​ສາກົນ​ໃຫມ່​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາ​ດທົ່ວ​ໂລກ, ບັນດາ​ມາດ​ຕະການ​ການ​ເງິນ, ​ເຕັກ​ໂນ​​ໂລ​ຊີ. ບັນດາ​ປະ​ເທດ​ພັດທະນາ​ຕ້ອງ​ມີ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບເລື່ອງຈຳກັດ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ເພື່ອ​ເຮັດ​ແນວ​ໃດ​​ອຸ​ນຫະພູມ​ເພີ່ມ​ຂຶ້ນ​ສະ​ເລ່ຍຂອງ​ທົ່ວ​ໂລກ​ໃນ​ທ້າຍ​ສັດຕະວັດ​ນີ້ ​ແມ່ນ 2 ອົງສາ C. ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ທີ່​ກອງ​ປະຊຸມ​ດັ່ງກ່າວ, ທ່ານ ຫງວຽນ​ວັນ​​ເຕ້ວ (Nguyen Van Tue), ຫົວຫນ້າ​ກົມ​ອຸ​ຕຸ​ນິຍົມ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ:

        “ຄາດ​ວ່າ ກະຊວງ​ຊັບພະຍາກອນ​ຍີ່​ປຸ່ນ ຈະ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ສິ່ງ​ແວດ​ລ້ອມ​ກັບ ກະຊວງ​ຊັບພະຍາກອນ ​ແລະ ສິ່​ງ​ແວດ​ລ້ອມ ຫວຽດນາມ​. ຄະນະ​ຜູ້​ແທນ​ຫວຽດນາມ ສົມທົບ​ກັບ ຊູ​ແອດ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຢູ່​ນອກ​ກອງ​ປະຊຸມ COP 19 ກ່ຽວ​ກັບ​ເນື້ອ​ໃນ“ຈາກ​ການ​ເຈລະຈາ​ເຖິງການ​ກະທຳ​ລະອຽດ- ຊຸກຍູ້​ການ​ສົມທົບກັນ​ຮັບ​ມື​ ໃນ​ສົນທິສັນຍາ​ແມ່​ຂອງ ສປຊ ກ່ຽວກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​. ນອກ​ນັ້ນ ຫວຽດນາມ ​ຈະເຂົ້າຮ່ວມ​ບັນດາກອງ​ປະຊຸມ​ສຳ​ມະ​ນາອື່ນ​​ອີກ.”

ຂ່າວ/ບົດ​ອື່ນ