ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດອາຊຽນ+3

ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດອາຊຽນ+3 - ảnh 1
ທ່ານພົນເອກ ເຈີ່ນດ້າຍກວາງ ແລະ ຄະນະຜູ້ແທນ
ເຂົ້າຮ່ວມກອງປະຊຸມ (ພາບ: cand.com.vn)

(vovworld) – ວັນ​ທີ 30/9, ກອງ​ປະຊຸມ​ລັດຖະມົນຕີ​ບັນດາ​ປະ​ເທດ ອາ​ຊຽນ + 3 ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ​ຄັ້ງ​ທີ 7, ດຳ​ເນີນ​ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ ຂອງ ມາ​ເລ​ເຊຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ລັດຖະມົນຕີ​ປ້ອງ​ກັນ​ຄວາມ​ສະຫງົບ, ຕຳຫລວດ, ພາຍ​ໃນ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ພ້ອບກັບ​ເຈົ້າ​ໜ້າ​ທີ່​ບັນດາປະ​ເທດຄູ່​ຮ່ວມ​ມື, ​ເຈລະຈາ​ລວມມີ ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ ​ແລະ ຮອງ​ເລຂາທິການ​ໃຫຍ່ ອາ​ຊຽນ. ຄະນະ​ຜູ້​ແທນ​ກະຊວງ​ຕຳຫລວດ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ໂດຍ​ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ ນຳ​ໜ້າ, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ ອາຊຽນ, ບັນດາ​ອົງການ​ປະຕິບັດ​ກົດໝາຍ ຫວຽດນາມ ​ໄດ້​ຕັ້ງໜ້າ​ຮ່ວມ​ມື​ກັບອົງການປະຕິບັດ​ກົດໝາຍ ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ ​ໃນ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ; ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ແລະ ຮ່ວມ​ມືຍົກ​ສູງ​ຄວາມ​ສາມາດ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ​ໃຫ້​ແກ່​ພະນັກງານ​ປະຕິບັດ​ກົດໝາຍ…​ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື, ​ຄູ່ເຈລະຈາ​ ນຳ​ໃຊ້​ກອງ​ທຶນ​ຮ່ວມ​ມື ອາ​ຊຽນ + 3 ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ. ​ແລະ ປາດ​ຖະໜາວ່າ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່ບັນລຸ​ໄດ້​ຢູ່​ກອງ​ປະຊຸມ​ຈະ​ໄດ້ຮັບ​ການ​ຜັນ​ຂະຫຍາຍ​​ຢ່າງ​ຕັ້ງໜ້າຈາກ​ຝ່າຍ​ຕ່າງໆ, ຕອບ​ສະໜອງ​ການ​ຮຽກຮ້ອງ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະ​ບຽບຮຽບຮ້ອຍ​ຂອງ​ແຕ່ລະ​ປະ​ເທດ, ກໍ​ຄື​ຂອງ​ບັນດາ​ປະ​ເທດ ອາ​ຊຽນ + 3 ​ເພື່ອ​ໂລກ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

 


ຂ່າວ/ບົດ​ອື່ນ