ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ27ບັນດາປະເທດສະມາຊິກສົນທິສັນຍາສປຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982

(VOVWORLD) -ໃນລະຫວ່າງວັນທີ 12 – 16 ມິຖຸນາ, ກອງປະຊຸມຄັ້ງທີ 27 ບັນດາປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ຖືກດຳເນີນຢູ່ສຳນັກງານສະຫະປະຊາຊາດ ທີ່ນິວຢອກ, ປະເທດອາເມລິກາ.

ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ27ບັນດາປະເທດສະມາຊິກສົນທິສັນຍາສປຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 - ảnh 1 ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນເຟືອງງາ

(ພາບ: TTXVN)

ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ

        ກ່າວຄຳເຫັນທີ່ກອງປະຊຸມໃນວັນທີ 15 ມິຖຸນາ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນເຟືອງງາ ໄດ້ຕີລາຄາສູງໝາກຜົນກອງປະຊຸມຂັ້ນສູງຂອງສະຫະປະຊາຊາດກ່ຽວກັບການຊຸກຍູ້ການປະຕິບັດຄາດໝາຍພັດທະນາແບບຍືນຍົງ 14: ອະນຸລັກຮັກສາ ແລະ ນຳໃຊ້ທະເລ, ມະຫາສະມຸດ ແລະ ບັນດາແຫຼ່ງຊັບພະຍາກອນທະເລຢ່າງໝັ້ນຄົງ ເຊິ່ງຫາກໍ່ໄດ້ຮັບການຈັດຕັ້ງໃນອາທິດຜ່ານມາ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ຊີ້ແຈ້ງຄວາມສຳຄັນຂອງທະເລຕາເວັນອອກສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ພາກພື້ນ ແລະ ໂລກ, ເນັ້ນໜັກເຖິງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລ ແລະ ການບິນ, ຮ່ວມມືໃນການນຳໃຊ້ທະເລຕາເວັນອອກແບບຍືນຍົງ ແມ່ນມີຄວາມໝາຍສຳຄັນທີ່ສຸດສຳລັບບັນດາປະເທດໃນພາກພື້ນເວົ້າສະເພາະ ແລະ ປະຊາຄົມສາກົນເວົ້າລວມ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ເນັ້ນໜັກວ່າ, ຫວຽດນາມ ໄດ້ ແລະ ພວມຮ່ວມມືກັບບັນດາປະເທດໃນພາກພື້ນຢ່າງແໜ້ນແຟ້ນ ໃນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເຮັດໃຫ້ເພີ່ມຄວາມເຄັ່ງຕຶງຢູ່ພາກພື້ນ, ເຄົາລົບບັນດາວິວັດທະນາການດ້ານການທູດ ແລະ ນິຕິກຳ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດ DOC ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ ແລະ ກ້າວໄປເຖິງການສ້າງ COC ໃຫ້ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ