ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ29ສະພາສິດທິມະນຸດສປຊ

ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ29ສະພາສິດທິມະນຸດສປຊ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ ສ​ສ ຫວຽດ​ນາມ ຫງວຽນ​ແທ່ງ​ຈູງ ທີ່ກອງ​ປະ​ຊຸມ
(ພາບ: Tố Uyên/TTXVN)

(vovworld) – ໃນ​ລະ​ຫວ່າງວັນ​ທີ 2 – 3/7, ທີ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ສະ​ພາ​ສິດ​ທິມ​ະ​ນຸດ ສະ​ຫະ​ປະ​ຊາ​ຊາດ ໄດ້​ດຳ​ເນີນ​ບັນ​ດາ​ວະ​ລະ​ປ​ຶກ​ສາ​ຫາ​ລື​ສຸດ​ທ້າຍ, ຮັບ​ຮອງ​ເອົາ​ມະ​ຕິ​ 25 ສະ​ບັບພ້ອມ​ກັບ​ຖະ​ແຫຼງ​ການ​ຂອງ​ປະ​ທານ​ສະ​ພາ​ສິດ​ທິມ​ະ​ນຸດ ທ​ີ່ກອງ​ປະ​ຊຸມ​​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 29. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ ສ​ສ ຫວຽດ​ນາມ ຫງວຽນ​ແທ່ງ​ຈູງ, ​ເປັນຫົວ​ໜ້າ​ຄະ​ນະ​ຫວຽດ​ນາມປະ​ຈຳ ສ​ປ​ຊ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ. ບົນ​ພື້ນ​ຖານ​ຄວາມ​ສົນ​ໃຈ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ສຳ​ລັບ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ກ່​ວາ​ໜຶ່ງ​ປີ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ ສະ​ພາ​ສິດ​ທິມ​ະ​ນຸດ, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໄດ້​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລ​ື​ປະ​ຈຳ​ປີ, ປຶກ​ສາ​ຫາ​ລື​ຫົວ​ເລື່ອງ​ສະ​ເພາະ ແລະ ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ກົນ​ໄກ, ລະ​ບຽບ​ການ​ລະ​ອຽດ​ຂອງ ສະ​ພາ​ສິດ​ທິມ​ະ​ນຸດ, ພ້ອມ​ທັງ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນ​ດາ​ວາ​ລະ​ເຈ​ລະ​ຈາ​ບັນ​ດາ​ຮ່າງ​ມະ​ຕິ, ຖະ​ແຫຼງ​ການ​ປະ​ທານ​ຂອງກອ​ງ​ປະ​ຊຸມ​ຄັ້ງ​ທີ 29 ບົນ​ຈິດ​ໃຈ​ຊຸກ​ຍູ້​ການ​ປົກ​ປ້ອງ ແລະ ເປີດ​ກ້​ວາງ​ການ​ໄດ້​ຮັບ​ບັນ​ດາ​ສິດ​ຂອງ​ພົນ​ລະ​ເມືອງ, ເຄົາ​ລົບ​ນັບ​ຖື​ກົດ​ບັດ ສ​ປ​ຊ, ​ເຊີດ​ຊູ​ກົດ​ໝາຍ, ຄວາມ​ຍຸ​ຕິ​ທຳ​ສາ​ກົນ ກໍ່​ຄື​ບັນ​ດາ​ສິດ​ສະ​ເພາະ​ກ່ຽວ​ກັບ​ເສ​ດ​ຖະ​ກິດ, ມູນ​ເຊື້ອ​ວັດ​ທະ​ນະ​ທຳ ແລະ ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ, ພາກ​ພື້ນ.


ຂ່າວ/ບົດ​ອື່ນ