ຫວຽດນາມເຂົ້າຮ່ວມກອງປະຊຸມປ້ອງກັນຄວາມສະຫງົບສາກົນມົດສະກູຄັ້ງທີ5

ຫວຽດນາມເຂົ້າຮ່ວມກອງປະຊຸມປ້ອງກັນຄວາມສະຫງົບສາກົນມົດສະກູຄັ້ງທີ5 - ảnh 1
(ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ
ໂງ​ຊວນ​ລິກ ​ກ່າວ​ປາ​ໄສທີ່​ກອງ​ປະ​ຊຸມ)

(vovworld) - ກອງ​ປະ​ຊຸມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນມົດ​ສະ​ກູ​ປະ​ຈຳ​ປີ​ຄັ້ງ​ທີ 5 ຖື​ກ​ໄຂ​ຂຶ້ນ​ໃນ​ວັນ​ທີ 27/04, ຢູ່​ມົດ​ສະ​ກູ, ສະ​ຫະ​ພັນ​ລັດ​ເຊຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 500 ທ່ານ​ທີ່​ມາ​ຈາກກວ່າ 80 ປະ​ເທດ, ບັນ​ດາ​ສະ​ຖາ​ບັນ​ຄົ້ນ​ຄວ້າ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ພົນ​ເອກ ໂງ​ຊ​ວນ​ລິກ ໄດ້​ນ​ຳ​ໜ້າ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ເຫດ​ການນີ້. ເນື້ອ​ໃນ​ຕົ້ນ​ຕໍ່​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ການ​ຕໍ່​ສູ້​ຕ້ານກໍ່​ການ​ຮ້າຍ, ຄຽງ​ຂ​້າງນັ້ນ, ບັນ​ດາ​ຜູ້​ແທນກໍ່​ເ​​ອົົາ​ໃຈ​ໃສ່​​ທີ່​ສຸດ​ເຖິງ​ບັນ​ຫາ​ຮ່ວມ​ມື​ດ້ານ​ການ​ທະ​ຫານ ເພື່ອ​ຈຸ​ດະ​ສົງ​ປັບ​ປຸງ​​ຄວາມ​ສະ​ຫງົບ​ປອດ​ໄພ​ທົ່ວ​ໂລກ, ບັນ​ຫາ​ປ້ອ​ງ​ກັນ​ຄວາມ​ສະ​ຫງົບ​ຢູ່​ເອີ​ລົບ, ຕາ​ເວນ​ອອກ​ກາງ, ສະ​ພາບ​ການ​ຢູ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ…

        ໃນ​ວາ​ລະ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 2 ດ້ວຍ​ຫົວ​ຂໍ້​ວ່າ “ບັນ​ດາ​ສິ່ງ​ທ້າທາຍ​ດ້​ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຄວາມ​ສາ​ມາດ​ຮ່ວມ​ມື​ດ້ານ​ການ​ທະ​ຫານ​ສາ​ກົນ​ຢູ່​ພາກ​ພຶ້ນ​ອາ​ຊີ - ປາ​ຊີ​ຟິກ”, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂງ​ຊວນ​ລິກ ໄດ້​ມີ​ບົດ​ກ່າວ​ປາ​ໄສ “ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ໃຫ້​ກາຍ​ເປັນ​ພາກ​ພື້ນ​ສັນ​ຕິ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ”. ທ່ານ​ລັດ​ຖະ​ມົນ​ຕີ ໂງ​ຊວນ​ລິກ ໃຫ້​ຮູ້​ວ່າ, ​ຍາ​ມ​ໃດຫວຽດ​ນາມ ກໍ​ຢືດ​ໝັ້ນ​ຫຼັກ​ການ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ຂອງ​ຊາດ​ທີ່​ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ, ບົນ​ພື້ນ​ຖານ​ເຄົາ​ລົບ​ເຊິ່ງ​ກັນ ແລະ ກັນ, ສະ​ເໝີ​ພາບ​, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ; ​ປະ​ຕິ​ບັດ​ແນວ​ທ​າງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເ​ປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ​ການຮ່ວມ​ມື ແລະ ພັດ​ທະ​ນາ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດຂອງ​ຫວຽດ​ນາມ ແມ່ນ​ສັນ​ຕິ​ພາບ ແລະ ປ້ອງ​ກັນ​ຕົວ​ເອງ. ຫວຽດ​ນາມ ​ບໍ່ຮ່ວມ​ມື​ກັບ​ປະ​ເທດນີ້​ເພື່ອ​ຕ້ານ​ຄືນ​ປະ​ເທດ​ອື່ນ; ກາ​ນ​ພົວ​ພັນ​ກັບ​ປະ​ເທດນີ້ບໍ່​​ສົ່ງ​ຜົນ​ເສຍ​ຫາຍ​ເຖິງ​​ປະ​ເທດອ​ື່ນ​; ແກ​້​ໄຂ​ທຸກ​ການ​ຂັດ​ແຍ້ງ, ຄວາມບໍ່​ລົງ​ລອຍ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ. ທ່ານລັດ​ຖະ​ມົນ​ຕີ ໂງ​ຊວນ​ລິກ ກ​ໍ​ໄດ້​ຕີ​ລາ​ຄາ “ຍຸດ​ທະ​ສາດ​ພັດ​ທະ​ນາ​ຢູ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ຂອງ​ລັດ​ເຊຍ ໃນ​ສະ​ຕະ​ວັດ​ທີ 21” ​ໄດ້​ກຳ​ນົດ​ເລື່ອງ​ລັດ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ພາກ​ພື້ນນີ້ ບໍ່ແມ່ນ​ນະ​ໂຍ​ບາຍຊົ່ວ​ຄາວ​, ຫາກ​ມີ​ຄວາມ​ໝາຍ​​ຍຸດ​ທະ​ສາດ​. ທ່ານ​ລັດ​ຖະ​ມົນ​ຕີ ໂງ​ຊວນ​ລິກ ຢັ້ງ​ຢືນ​ວ່າ.

        “​ອາ​ຊີ - ປາ​ຊີ​ຟິກ ແມ່ນພາກ​ພື້ນ​ທີ່​ກ້ວ​າງ​ໃຫ​ຍ່​ເພື່ອໃຫ້​ບັນ​ດາ​ປະ​ເທດ​​ຮ່ວມດຳ​ລົງ​​ຊີ​ວິດ​ສັນ​ຕິ​ ແລະ ພ້ອມ​ກັນ​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ທີ່​ໃຫຍ່​ຫຼວງ. ສະ​ນັ້ນ, ຍາມ​ໃດຫວຽດ​ນາມ ​ຫວັງ​ວ່າ​ໃຫ້​ທຸກໆ​ປະ​ເທດ, ພິ​ເສດ​ແມ່ນ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ, ໃນ​ນັ້ນ​ມີ​ລັດ​ເຊຍ ຕ້ອງ​ສະ​ແດງ​​ແຈ້ງ​ບົດ​ບາດ, ​ຄວາມ​ຮັບ​ຜິດ​ຊອງ​ແມ່ນ​ບັນ​ດາ​ປະ​ເທດ​ໃຫຍ່​ສຳ​ລັບ​ຄວາມ​ສະ​ຫງົບ​ປອດ​ໄພ​ໃນ​ພາກ​ພື້ນ, ເພື່ອ​ຈ​ຸດ​ໝາຍກໍ່​ສ້າງ​ອາ​ຊີ - ປາ​ຊີ​ຟິກ ໃຫ້​ກາຍ​ເປັນ​ພາກ​ພື້ນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ຢ່າງ​ແທ້​ຈິງ. ພວກ​ເຮົ​າ​ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈກໍ່​ສ້າງ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ໃຫ້​ກາຍ​ເປັນ​ພາກ​ພື້ນ​ມີ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຢ່າງ​ແທ​້​ຈິງ”.

        ກອງ​ປະ​ຊຸມປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນມົດ​ສະ​ກູ​ຄັ້ງ​ທີ 5 ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 27 – 28/04.

ຂ່າວ/ບົດ​ອື່ນ