ຫວຽດນາມເຂົ້າຮ່ວມກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດອາຊຽນ

ຫວຽດນາມເຂົ້າຮ່ວມກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດອາຊຽນ - ảnh 1
ທ່ານພົນ​ໂທ ​ໂດ​ບ໋າ​ຕີ້
(ພາບ: TTXVN)

(vovworld) –  ​ໃນ​ລະຫວ່າງ​ວັນ​ທີ 9-11/2, ທີ່​ນະຄອນ ກົວ​ລາ​ລຳ​ເປີ, ມາ​ເລ​​ເຊຍ, ​ເຊິ່ງປະ​ເທດ​ຮັກສາ​ຕຳ​ແໜ່​ງ​ເປັນປະທານສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ປີ 2015 ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຜູ້​​ບັນຊາ​ກຳລັງ​ປ້ອງ​ກັນຊາ​ດບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ຄັ້ງ​ທີ 12 (ACDFIM-12). ຄະນະ​ຜູ້​ແທນ​ທະຫານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໂດຍ​ທ່ານພົນ​ໂທ ​ໂດ​ບ໋າ​ຕີ້, ​ເສ​ນາ​ທິການ​ໃຫຍ່ ນຳ​ໜ້າ​, ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ​ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ຫວຽດນາມ ສືບ​ຕໍ່​ຢືນຢັນ​ບົດບາດ, ທີ່​ຕັ້ງ​ສຳລັບ​ພາກ​ພື້ນ ​ແລະ ​ໂລກ,​ ປະຕິບັດ​ການ​ພົວພັນ​ ​ຕ່າງປະ​ເທດ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ຫຼາບ​ຝ່າຍ​ເປັນ​ຢ່າງ​ດີ ​ແລະ ແຜນ​ນະ​ໂຍບາຍ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບຂອງ​ພັກ ​ແລະ ລັດ​ໃນ​ການ​ເຊື່ອ​ມໂຍງ​ເຂົ້າ​ກັບ​ສາກົນ. ຄະນະ​ຜູ້​ແທນກອງທັບ​ປະຊາຊົນ​ຫ​ວຽດນາມ ​ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​​ຊຸກຍູ້​ການ​ພົວພັນ​ມິດ ຕະພາບ ​ລະຫວ່າງ​ກອງທັບ​ປະຊາຊົນ​ຫວຽດນາມ ກັບ ກອງທັບ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ຢູ່​ພາກ​ພຶ້ນ, ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ປ້ອງກັນຄວາມ​ສະຫງົບ ອາ​ຊຽນ.   ນີ້​ກໍ່​ແມ່ນ​ໂອກາດ​​ ເພື່ອສະ​ແດງ​ໃຫ້​ເຫັນ​ການ​ສະ​ໜັບສະ​ໜູນ​ຂອງ​ກອງທັບ​ປະຊາ ຊົນ​ຫວຽດນາມ ທີ່ຕໍ່​ປະ​ເທດ​ເຈົ້າພາບ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ2 ຝ່າຍ ລະຫວ່າງ ຫວຽດນາມ ​ແລະ ມາ​ເລ​ເຊຍ ກ່ວາ​ອີກ.


ຂ່າວ/ບົດ​ອື່ນ