ຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ Interpol ຄັ້ງທີ 86

(VOVWORLD) -ວັນທີ 26 ກັນຍາ, ຢູ່ສູນກອງປະຊຸມແຫ່ງຊາດທີ່ນະຄອນຫຼວງປັກກິງ, ປະເທດຈີນ, ໄດ້ດຳເນີນກອງປະຊຸມຂອງອົງການຕຳຫຼວດອາຍາສາກົນ (Interpol) ຄັ້ງທີ 86.
ຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ Interpol ຄັ້ງທີ 86 - ảnh 1 (ຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ Interpol ຄັ້ງທີ 86)

ຄະນະຜູ້ແທນຫວຽດນາມ ໂດຍທ່ານພົນໂທ ເລກຸຍເວືອງ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ. ໃນເວລາ 3 ວັນດຳເນີນກອງປະຊຸມ, ສະມັດຊາໃຫຍ່ຈະພິຈາລະນາໃບຂໍເຂົ້າເປັນສະມາຊິກຂອງ 3 ປະເທດ, ເຂດແຄ້ວນ ລວມມີປະເທດເກາະ Solomon, Palestine ແລະ Kosovo. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຈະພ້ອມກັນປຶກສາຫາລື ແລະ ຮັບຮອງເອົາມະຕິ 19 ສະບັບກ່ຽວກັບບັນດາບັນຫາຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຜ່ານ Interpol…

        ຢູ່ນອກກອງປະຊຸມ, ຄະນະຜູ້ແທນຫວຽດນາມ ຈະມີບັນດາການພົບປະ, ເຮັດວຽກກັບເລຂາທິການໃຫຍ່ ແລະ ປະທານ Interpol ກໍຄືຜູ້ຕາງໜ້າຂອງບັນດາປະເທດສະມາຊິກອື່ນໆ ເພື່ອຮັດແໜ້ນການພົວພັນຄູ່ຮ່ວມມືອັນດີງາມລະຫວ່າງ 2 ຝ່າຍ, ຍາດແຍ່ງການສະໜັບສະໜູນຂອງ Interpol ແລະ ການສົມທົບກັນຂອງບັນດາປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານອາດຊະຍາກຳຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ