ຫວຽດນາມເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ປ້ອງກັນປະເທດຂັ້ນສູງ ອາຊຽນ

ຫວຽດນາມເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ປ້ອງກັນປະເທດຂັ້ນສູງ ອາຊຽນ - ảnh 1
ກອງ​ປະ​ຊຸມ ADSOM
ພາບ:nhandan

(vovworld)- ​ ​ ວັນ​ທີ 23/4 ຢູ່ ນະ​ຄອນ​ຫລວງວຽງ​ຈັນ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ເຈົ້​າ​ຫນ້າ​ທີ່​ປ້ອງ​ກັນປະ​ເທດ​ຂັ້ນ​ສູງ ອາ​ຊຽນ (ADSOM). ເຂົ້າ​ຮ່ວມກອງ​ປະ​ຊຸມ ມີ​ບັນ​ດາ​ຫົວ​ຫນ້າ​ເຈົ້າ​ຫນ້າ​ທີ່​ປ້ອງ​ກັນ​ປະ​ເທດ ມາ​ຈາກ 10 ປະ​ເທດ ສະ​ມາ​ຊິກ ອາ​ຊຽນ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ພົນ​ຈັດ​ຕະ​ວາ ຫວູ​ຕຽນ​ຈ້ອງ, ຫົວ​ຫນ້າ​ສະ​ຖາ​ບັນ​ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັ​ນ​ຊາດ ນຳ​ຫນ້າ.

        ກອງ​ປະ​ຊຸມ ADSOM ໄດ້​ຮັບ​ຮອງ​ເອົາ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ເພື່ອ​ຍື່ນ​ສະ​ເຫນີ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ (ADMM) ດຳ​ເນີນ​ແຕ່​ວັນ​ທີ 24-27/5 ຈະ​ມາ​ເຖິງ, ປຶກ​ສາ​ຫາ​ລື​ບັນ​ດາ​ລາຍ​ການ​ໃນ​ກົນ​ໄກ​ກອງ​ປະ​ຊຸມ ADMM ເປີດກວ້າງ. ນອກນັ້ນ ກອງ​ປະ​ຊຸມ​ກໍ​ຮັບ​ຮອງ​ເອົາ​ແຜນ​ການ ແລະ ລາຍ​ການ​ຂອງກ​ອງ​ປະ​ຊຸມ ADMM ແລະ ບັນ​ດາ​ບັນ​ຫາ​ອື່ນ​ທີ່ກ່ຽວ​ຂ້ອງ. ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊ​ຸມ,  ພົນຕີ ອ່ອນສີ ແສນ​ສຸກ ຫົວໜ້າຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດລາວ, ຫົວ​ຫນ້າ ADSOM ອາ​ຊຽນ ຂອງ​ລາວ ໃຫ້​ຮູ້​ວ່າ ປີ 2016 ແມ່ນ​ປີ​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ​ສຳ​ລັບ ອາ​ຊຽນ ສະ​ນັ້ນ ຮຽກ​ຮ້ອງ​ບັນ​ດາ​ສະ​ມາ​ຊິກ​ໃນ​ອາ​ຊຽນ ພ້ອມ​ກັນ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກວ່າ​ອີກ​ໃນ​ບັນ​ດາ​ເສົາ​ຄ້ຳ. ໃນ​ນັ້ນ ເສົາ​ຄ້ຳ​ການ​ເມືອງ ຄວາມ​ໝັ້ນ​ຄົງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ ເພື່ອ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ຄວາມ​ສະ​ຫງົບ​ປອດ​ໄພ​ໃຫ້​ພາກ​ພື້ນ ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຊຸກ​ຍູ້​ບັນ​ດາ​ເສົາ​ຄ້ຳ​ທີ່​ຍັງ​ເຫລືອ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ