ຫວຽດນາມເຂົ້າຮ່ວມການພົບປະແລກປ່ຽນຊາວໜຸ່ມອາຊຽນ-ຈີນຄັ້ງທີ2

ຫວຽດນາມເຂົ້າຮ່ວມການພົບປະແລກປ່ຽນຊາວໜຸ່ມອາຊຽນ-ຈີນຄັ້ງທີ2 - ảnh 1
(ພາບປະກອບຈາກ caba.org.sg)

(vovworld) – ​ວັນ​ທີ 27/6, ຢູ່​ນະຄອນ ຊຽມຣຽບ, ປະ​ເທດ ກຳປູ​​ເຈຍ, ​ໄດ້​ດຳ​ເນີນ​ການ​ພົບ​ປະ​ແລກປ່ຽນ​ຊາວ​ໜຸ່ມ ອາ​ຊຽນ - ຈີນ ຄັ້ງ​ທີ 2 ດ້ວຍ​ຫົວ​ຂໍ້​ວ່າ: “ການ​ສຶກສາ ​ແລະ ການ​ນຳ” ​ ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 236 ຄົນທີ່​ຕາງໜ້າ​ໃຫ້ຊາວ​ໜຸ່ມ 10 ປະ​ເທດ ອາ​ຊຽນ ​ແລະ ຈີນ. ການ​ພົບ​ປະ​ແລກປ່ຽນ ອາ​ຊຽນ - ຈີນ ຄັ້ງ​ທີ 2 ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​​ເຈລະຈາ ອາ​ຊຽນ - ຈີນ. ຕາມ​ລາຍການ​ແລ້ວ, ການ​ພົວພັນ​ແລກປ່ຽນ​ຈະ​ສິ້ນ​ສຸດລົງ​ໃນ​ວັນ​ທີ 30/6, ​ໃນ​ນັ້ນ​ມີການ​ເຄື່ອນ​ໄຫວສຳຄັນ 3 ຢ່າງ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ສະຕິ​​ດຳລົງ​ຊີວິ​ດຢູ່​ຮ່ວມ​ກັນ, ​ເປັນ​ບ້ານ​ໃກ້​ຄຽງ​ທີ່​ດີ ​ແລະ ພົນລະ​ເມືອງ​ທີ່​ດີ​ລະຫວ່າງ​​ສະມາຊິກ ອາ​ຊຽນ ທັງ​ໝົດກັບ ຈີນ. ບັນດາ​ສະມາຊິກ​ເຂົ້າຮ່ວມ​ຈະ​ເພີ່ມ​ທະວີ​ຄວາ​ມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື ອາ​ຊຽນ - ຈີນ, ພິ​ເສດ​ໃນ​ບັນດາ​ຂົງ​ເຂດ​ການ​ສຶກສາ ​ແລະ ການ​ນຳ. ພ້ອມ​ກັນ​ນັ້ນ, ການ​ພົບປະ​ແລກປ່ຽນ​ຄັ້ງ​ນີ້​ໄດ້​ຮັບ​ການຈັດ​ຕັ້ງ​ຄື​ດັ່ງ​ພື້ນຖານ​ມິດຕະພາບ​ໃຫ້​ແກ່​ບັນດາ​ຊາວ​ໜຸ່ມ​ທີ່ເຂົ້າຮ່ວມ​ໄດ້​​ແບ່ງປັນ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ບົດຮຽນ ​ແລະ ການ​ທ້າ​ທາຍ​ໃນ​ການ​ເພີ່​ມທະວີ​ພັດທະນາການ​ສຶກສາຕາມ​ຄວາມ​ຮັບ​ຮູ້​ຂອງ​ແຕ່ລະ​ປະ​ເທດ​ ກໍ່​ຄື​ທຸກ​ປະ​ເທດ ອາ​ຊຽນ ​ແລະ ຈີນ.


ຂ່າວ/ບົດ​ອື່ນ