ຫວຽດນາມເຂົ້າຮ່ວມການໂອ້ລົມສົນທະນາ “ການກະທຳທາງທິດຕາເວັນອອກ”ຢູ່ອິນເດຍ

ຫວຽດນາມເຂົ້າຮ່ວມການໂອ້ລົມສົນທະນາ “ການກະທຳທາງທິດຕາເວັນອອກ”ຢູ່ອິນເດຍ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:baotintuc

(vovworld)- ການ​ໂອ້​ລົມ​ສົນ​ທະ​ນາ “ການ​ກະ​ທຳ​ທາງ​ທິດ​ຕາ​ເວັນ​ອອກ” ເປັນ​ຄັ້ງ​ທຳ​ອິດ​ຖືກ​ໄຂ​ຂຶ້ນ​ຢູ່ ສຳ​ນັກ​ງານ​ຂອງ​ສູນ​ຄົ້ນ​ຄ້​ວາ “Brookings India” ຢູ່ ນ​ະ​ຄອນ​ຫລວງ New Delhi ເມື່ອວັນ​ທີ 5/4. ການ​ໂອ້​ລົມ​ສົນ​ທະ​ນາ​ດັ່ງ​ກ່າວ​ໂດຍ​ແມ່ນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ ແລະ ສູນ​ຄົ້ນ​ຄ້​ວາ Brookings India ພ້ອມ​ກັນ​ຈັດ​ຕັ້ງ​ຂຶ້ນ ດ້ວຍ​ຈຸດ​ປະ​ສົງ​ແມ່ນ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຮ່ວມ​ມື​ໃນ​ວິ​ວັດ​ການ​ຜັນ​ຂະ​ຫ​ຍາຍ “ການ​ກະ​ທຳ​ທາງ​ທິດ​ຕາ​ເວັນ​ອອກ” ດ້ວຍ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ, ເພີ່ມ​ທະ​ວີ​ການ​ພົວ​ພັນ ແລະ ເຊື່ອມ​ຕໍ່​ ອິນ​ເດຍ ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ ແລະ ຍາວ​ໄກ​ກວ່າ.

ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົ​ມ​ສົນ​ທະ​ນາ, ທ່ານ ຫງວຽນ​ກວກ​ຢູງ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫົວ​ຫ​ນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມ​ເຫດ​ການ ໄດ້​ຕີ​ລາ​ຄາ​ສູງ​ນະ​ໂຍ​ບາຍ“ການ​ກະ​ທຳ​ທາງ​ທິດ​ຕາ​ເວັນ​ອອກ” ຂອງ​ອິນ​ເດຍ ໃນ​ກາ​ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ ສະ​ມາ​ຊິກ ອາ​ຊຽນ. ທ່ານ ຫງວຽນ​ກວກ​ຢູງ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຖື​ວ່າ: ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ອິນ​ເດຍ ແລະ ຫວຽດ​ນາມ ກໍ​ຄື​ຊຸກ​ຍູ້​ການ​ຜັນ​ຂະ​ຫ​ຍາຍ​ນະ​ໂຍ​ບາຍ “ການ​ກະ​ທຳ​ທາງ​ທິດ​ຕາ​ເວັນ​ອອກ”, ສອງ​ຝ່າຍ​ຄວນ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບາງ​ບັນ​ຫາ​ຄື: ເພີ່ມ​ທະ​ວີ​ການ​ເຊື່ອມ​​ຕໍ່​ຟີ​ຊີກ, ດີ​ຈີ​ຕອນ, ວັດ​ທະ​ນະ​ທຳ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ, ເປັນ​ຕົ້ນ​ໃນ​ໄວ​ຫ​ນຸ່ມ. ອິນ​ເດຍ ສາ​ມາດ​ເພີ່ມ​ທະ​ວີ​ການ​ຫ​ນູນ​ຊ່ວຍ​ບັນ​ດາ​ປະ​ເທດ ອາ​ຊຽນ ໃນ​ການ​ພັດ​ທະ​ນາ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ກະ​ສ​ິ​ກຳ ແລະ ບຳ​ລຸງ​ພາ​ສາ​ອັງ​ກິດ. 


ຕອບກັບ

ຂ່າວ/ບົດ​ອື່ນ