ຫວຽດນາມເຂົ້າຮ່ວມງານຕະຫລາດນັດສິນຄ້າໃຊ້ສອຍຢູ່ສີລັງກາ

ຫວຽດນາມເຂົ້າຮ່ວມງານຕະຫລາດນັດສິນຄ້າໃຊ້ສອຍຢູ່ສີລັງກາ - ảnh 1
ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ​ຫວຽດ​ນາມ
ພາບ:TTXVN


(vovworld)-ງານ​ຕະຫລາດນັດ​ສິນຄ້າ​ໃຊ້​ສອຍ​ ສີ​ລັງກາ ດຳ​ເນີນ​ໄປ​ແຕ່​ວັນ​ທີ 5 -7/7 ຢູ່ ນະຄອນຫລວງ ​Colombo ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ມາ​ຈາກ​ຫລາຍ​ປະ​ເທດ, ​ໃນ​ນັ້ນ ມີ​ຫວຽດນາມ. ທ່ານ​ ​ໂຕນ​ຊີງ​ແທ່ນ, ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ສີ​ລັງກາ ​ເຂົ້າ​ຮ່ວມ​ພິທີ​ໄຂ ​ແລະ ພ້ອມ​ກັບ​ບັນດາ​ເຈົ້າ​ຫນ້າ​ທີ່​ສີ​ລັງກາ ຢ້ຽມ​ຊົມ​ຮ້ານ​ວາງສະ​ແດງ​ສິນຄ້າ​ຂອງ​ຫວຽດນາມ. ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ຄັ້ງ​ນີ້ ດ້ວຍ 6 ຮ້ານ​ວາງສະ​ແດງ​ສິນຄ້າ ​ແລະ ​ໄດ້​ດຶງ​ດູດ​​ແຂກ​ສີ​ລັງກາ ເຂົ້າ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ. ນອກ​ນັ້ນ ສະຖານທູດ​ຫວຽດນາມ ​ແລະ ບັນດາ​ບໍລິສັດ​ຂອງ​ຫວຽດນາມ ກໍ​ວາງສະ​ແດງ​ຮູບ​ພາບ​ທີ່​ສວຍ​ງາມ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ​ໂຄສະນາ​ກ່ຽວ​ກັບ​ວັດທະນະທຳ, ທ່ອງ​ທ່ຽວ, ບັນດາ​ສິ່ງ​ພິມ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ