ຫວຽດນາມເຂົ້າຮ່ວມງານຕະຫຼາດນັດ SAITEX - ອາຟະລິກາໃຕ້ 2016

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດ SAITEX - ອາຟະລິກາໃຕ້ 2016 - ảnh 1
ຫວຽດ​ນາມ​ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ SAITEX
(ພາບ: TTXVN)

(vovworld) - ງານ​ຕະ​ຫຼາດ​ນັດ​​ການ​ຄ້າສາ​ກົນອາ​ຟະ​ລິ​ກາ​ໃຕ້ (SAITEX) ຄັ້ງ​ທີ 23 ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 19 - 21/06, ຢູ່​ນະ​ຄອນ Johannesburg, ປະ​ເທດອາ​ຟະ​ລິ​ກາ​ໃຕ້. ງານ​ຕະ​ຫຼາດ​ນັດ​​ SAITEX ​ຄັ້ງ​ນີ້​ໂດຍ​ມີ​ການເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ 700 ແຫ່ງ ທີ່​ມາ​ຈາກ ກວ່າ 30 ປະ​ເທດ​ຂຶ້ນ​ກັບ​ອາ​ຟະ​ລິ​ກາ, ເອ​ີ​ລົບ ແລະ ອາ​ຊີ. ຄະ​ນະ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເຂ​ົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​ຄັ້ງ​ນີ້ ໄດ້​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ດີ​ເດັ່ນ​ຫຼາຍ​ປະ​ເພດ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳອາ​ຟະ​ລິ​ກາ​ໃຕ້ ເລ​ຮຸຍ​ຮ່​ວາງ ແລ້ວ, ນີ້​ແມ່ນ​ກາ​ລະ​ໂ​ອ​ກາດ​ເພື່ອ​ແນະ​ນ​ຳ​ເຖິງ​ລູກ​ຄ້າ​ອາ​ຟະ​ລິ​ກາ​ໃຕ້ ບັນ​ດາ​ຜະ​ລິດ​ຕະ​ພັນ​​ເປັນຫຼາຍ​ຮູບ​ຫຼາຍ​ແບບ, ​ມີ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ເປັນ​ຢ່າງດີ​ຂອງ​ຫວຽດ​ນາມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຊື່ອ​ໝັ້ນ​ວ່າ, ​ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕັດ​ສິນ​ໃຈ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ແນ່ນ​ອນ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ສິນ​ຄ້າ​ຂອງ​ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ ແລະ ຫວຽດ​ນາມ ເວົ້າ​ລວມ ຈະ​ມີ​ເງື່ອນ​ໄຂ​ແຊກ​ຊຶມ​ເຂົ້າ​ຕະ​ຫຼາດອາ​ຟະ​ລິ​ກາ​ໃຕ້ ເປັນ​ຢ່າງ​ດີກວ່າ.

ຂ່າວ/ບົດ​ອື່ນ