ຫວຽດນາມເຂົ້າຮ່ວມງານບຸນທະເລຄັ້ງທີ5ຢູ່ກຳປູເຈຍ

ຫວຽດນາມເຂົ້າຮ່ວມງານບຸນທະເລຄັ້ງທີ5ຢູ່ກຳປູເຈຍ - ảnh 1
(ພາບປະກອບ/Angkor Transport Services)

(vovworld) - ​ ຫວຽດນາມ​ ເຂົ້າ​ຮ່ວມ​ງານ​ບຸນ​ທະ​ເລ​ຄັ້ງ​ທີ 5 ​ຢູ່ ກຳ​ປູ​ເຈຍ ດ້ວຍ​ຫົວ​ຂໍ້ “ນະ​ຄອນ​ຂຽວ - ຫາດ​ຊາຍ​ທະ​ເລ​ສວຍ​ງາມ - ນ້ຳ​ທະ​ເລຂຽວ ​ແລະ ​ເຢັນ” ງານ​ບຸນທ​ະ​ເລ​ຄັ້ງ​ທີ 5 ປີ 2016 ຂອງ​ກຳປູ​ເຈຍ ດຳ​ເນີນ​ຢູ່​ແຂວງ Preah Sihanouk ​ໃນ​ລະຫວ່າງ​ວັນ​ທີ 23 – 25/12. ງານ​ບຸນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ປະ​ເທດຄື: ຫວຽດນາມ, ​ໄທ, ຈີນ, ອິນ​ເດຍ ​ແລະ ອິນ​ໂດ​ເນ​ເຊຍ. ຄະນະ ຫວຽດນາມ ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າ​ງຄື: ວາງສະ​ແດງ​ແນະນຳສິນຄ້າ ຫວຽດນາມ, ງານ​ວາງສະ​ແດງ​ອາຫານການ​ກິນ, ສະ​ແດງ​ສິລະ​ປະ​ທີ່​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຊາດ ຫວຽດນາມ, ປະກອບສ່ວນ​ໂຄສະນາ​ຮູບ​ພາບ, ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ ​ເຖິງ​ແຂກ​ທ່ອງ​ທ່ຽວ​ສາກົນ ​ແລະ ກຳປູ​ເຈຍ ​​ໃນ​ໂອກາດງານ​ບຸນ. ງານ​ບຸນ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ກິລາ​ລວມມີ: ຊ່ວງ​ເຮືອ, ​ແລ່ນ, ​ເຕະບານ​ບົນ​ຫາດ​ຊາຍ​ທະ​ເລ, ​ແຂ່ງ​ຂັນ​ຕີມວຍ​ພື້ນ​ເມືອງ, Teakwondo…

 

ຂ່າວ/ບົດ​ອື່ນ